
ວັນທີ 11 ມີນາ 2020 ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນໃຫ້ຊາບວ່າ: ເດືອນກຸມພາ 2020 ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 576 ລາຍ ມີຄົນເສຍຊີວິດ 95 ຄົນ ຍິງ13 ຄົນ ທຽບໃສ່ເດືອນມັງກອນ ຫຼຸດລົງ 227 ລາຍ ແລະ ຜູ້ເສຍຊີວິດຫຼຸດລົງ 27 ຄົນ ຫຼາຍກວ່າໝູ່ແມ່ນນະຄອນຫຼວງ ວຽງຈັນ ເສຍຊີວິດ 26 ຄົນ ມີພາຫະນະເປ່ເພທັງໝົດ 1.035 ຄັນ ໃນນີ້ເປ່ເພເລັກໜ້ອຍ 467 ຄັນ ສົມຄວນ 541 ຄັນ ໃຊ້ການບໍ່ໄດ້ 27 ຄັນ ມີຄົນໄດ້ຮັບບາດເຈັບທັງໝົດ 867 ຄົນ ຍິງ 153 ຄົນ ໃນນີ້ ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 311 ຄົນ ສົມຄວນ 434 ຄົນ ແລະ ສາຫັດ 122 ຄົນ.

ສາເຫດຂອງການເກີດອຸບັດເຫດສ່ວນໃຫຍ່ ແມ່ນຍ້ອນຄວາມປະໝາດຂອງນັກຂັບຂີ່ເມົາແລ້ວຂັບ ຂັບຂີ່ໄວເກີດກຳນົດ ບໍ່ເຄົາລົບກົດລະບຽບຈະລາຈອນ ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນທາງຮ່ວມກັນ ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ ເພື່ອຫຼຸດຜ່ອນການເກີດອຸບັດເຫດ ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ຮຽກຮ້ອງໃຫ້ທຸກຄົນທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ສິ່ງສຳຄັນຄືບໍ່ປະໝາດ ເມົາແລ້ວຫ້າມຂັບ ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມແລ້ວຈຶ່ງອອກເດີນທາງ.