
ເມື່ອບໍ່ດົນມານີ້ ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບເງິນປັນຜົນປະຈຳປີ 2019 ທັງໝົດ 21 ລ້ານໂດລາສະຫະລັດ ຫຼື ປະມານ 186,63 ຕື້ກີບ ໃຫ້ລັດຖະບານລາວ ໃນນາມຜູ້ຖືຮຸ້ນ ເຊິ່ງເປັນການປະກອບສ່ວນດ້ານການເງິນ ທີ່ສຳຄັນຢ່າງຕໍ່ເນື່ອງໃຫ້ລັດຖະບານ ນອກຈາກເງິນປັນຜົນ ຍັງມີການຖອກພັນທະອື່ນໆ ເຊັ່ນ: ຊັບພະຍາກອນແຮ່ທາດ ອາກອນກ່ຽວຂ້ອງ ແລະ ຄ່າທຳນຽມນຳເຂົ້າ ໃນເດືອນສິງຫາ ປີ 2012 ລັດຖະບານໄດ້ກາຍເປັນຜູ້ຖືຮຸ້ນ 10% ໃນບໍລິສັດ ພູເບ້ຍມາຍນິງ ມາເຖິງປີ 2017 ລັດຖະບານໄດ້ຖອກຮຸ້ນ 29 ລ້ານໂດລາຄົບຖ້ວນ ດ້ວຍເງິນປັນຜົນທີ່ບໍລິສັດ ພູເບ້ຍມາຍນິງ ໄດ້ມອບໃຫ້ໄລຍະປີດັ່ງກ່າວ.
ຮອດທ້າຍປີ 2017 ພາຍຫຼັງການຖອກຮຸ້ນສຳເລັດຄົບຖ້ວນ ບໍລິສັດ ພູເບ້ຍມາຍນິງ ໄດ້ມອບເງິນປັນຜົນເປັນເງິນສົດໃຫ້ລັດຖະບານໂດຍກົງ ດັ່ງນັ້ນນັບແຕ່ປີ 2012 ເປັນຕົ້ນມາ ເງິນປັນຜົນສະສົມທີ່ບໍລິສັດ ມອບໃຫ້ລັດຖະບານມີມູນຄ່າຫຼາຍກວ່າ 58 ລ້ານໂດລາ.
ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍມາຍນິງ ກ່າວວ່າ: ເງິນປັນຜົນດັ່ງກ່າວສະແດງເຖິງພັນທະຂອງບໍລິສັດ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງລາວ ເຖິງວ່າການຜະລິດຄົງທີ່ ແລະ ຄ່າໃຊ້ຈ່າຍໃນການຜະລິດໄດ້ຫຼຸດລົງຢູ່ໂຮງງານຜະລິດທອງ-ຄຳ ພູຄຳ ແລະ ໂຮງງານຜະລິດຄຳບ້ານຫ້ວຍເງິນ ໃນປີ 2019 ບໍລິສັດຍັງສາມາດມອບເງິນປັນຜົນໃນຈຳນວນດັ່ງກ່າວ ໃຫ້ລັດຖະບານຢ່າງເປັນປົກກະຕິ ເຊິ່ງໄດ້ສະແດງອອກເຖິງຄວາມມຸ່ງໝັ້ນ ເພື່ອສືບຕໍ່ປະກອບສ່ວນເຂົ້າລາຍຮັບ ສຳລັບລັດຖະບານລາວ ແລະ ເຊື່ອໝັ້ນວ່າປີ 2020 ຈະເປັນອີກປີທີ່ບໍລິສັດ ສາມາດປະກອບສ່ວນຕໍ່ເສດຖະກິດ-ສັງຄົມໃຫ້ລັດ ແລະ ປະຊາຊົນລາວໄດ້ດີຍິ່ງຂຶ້ນ.