ກະຊວງ ຜທ ສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

    ວັນທີ 25 ສິງຫາ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ມີພິທີສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຜທ ມີຮອງເລຂາຄະນະບໍລິຫານງານພັກ ຄະນະປະຈໍາພັກ ຄະນະບໍລິຫານງານພັກ ຄະນະພັກຮາກຖານສູນສະຖິຕິແຫ່ງຊາດ ເລຂາໜ່ວຍພັກ ຮອງເລຂາໜ່ວຍພັກ ຄະນະໜ່ວຍພັກ ສະມາຊິກພັກສົມບູນ-ສຳຮອງ ພາຍໃນກະຊວງເຂົ້າຮ່ວມ.

    ພິທີສະເຫຼີມສະຫຼອງຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກສົມບູນ-ສຳຮອງທຸກສະຫາຍພາຍໃນກະຊວງ ຜທ ໄດ້ທົບທວນຫວນຄືນ ຂະບວນວິວັດແຫ່ງການກຳເນີດເກີດຂຶ້ນ ແລະ ຂະຫຍາຍຕົວຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ກໍຄືການສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ໃນຕະຫຼອດໄລຍະ 30 ປີຜ່ານມາ ແນໃສ່ສຶກສາອົບຮົມການເມືອງ ນຳພາແນວຄິດໃນທົ່ວອົງຄະນະພັກກະຊວງ ໃນການເພີ່ມທະວີຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເສີມຂະຫຍາຍ ແລະ ປະຕິບັດສິດທິປະຊາທິປະໄຕຂອງພົນລະເມືອງໃຫ້ຖືກຕ້ອງ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ອອກແຮງຕອບຕ້ານທຸກຖ້ອຍທຳນອງໂຄສະນາບິດເບືອນ ແບ່ງແຍກ ໃສ່ຮ້າຍປ້າຍສີ ແລະ ຍຸຍົງສົ່ງເສີມປະຊາທິປະໄຕແບບເສລີຫຼາຍພັກຫຼາຍເຄົ້າ ຕີຖອຍ ແລະ ກຳຈັດປັດເປົ່າບັນດາແນວຄິດເອກະຊົນ ແນວຄິດອິດສະຫຼະເສລີ ລະເມີດກົດໝາຍຢູ່ໃນຖັນແຖວພະນັກງານ ລັດຖະກອນ ເຊິ່ງເປັນຊ່ອງຫວ່າງໃຫ້ພັກພວກຄົນບໍ່ດີ ສວຍໃຊ້ມ້າງເພທຳລາຍລະບອບປະຊາທິປະໄຕປະຊາຊົນ ທີ່ພັກປະຊາຊົນປະຕິວັດລາວເປັນຜູ້ນຳພາ ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແລະ ຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບສຸກຂອງສັງຄົມ.

    ເພື່ອເພີ່ມທະວີຄວາມສາມັກຄີເປັນເອກະພາບໃນຖັນແຖວສະມາຊິກພັກ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນການຈັດຕັ້ງພັກ-ລັດ ເຂັ້ມງວດສຶກສາອົບຮົມຍົກລະດັບຄວາມຕື່ນຕົວທາງການເມືອງ ສ້າງຄວາມຮັບຮູ້ທີ່ເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ແນໃສ່ເພີ່ມທະວີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ ເພື່ອໂຄສະນາຜົນສຳເລັດ ຄວາມເອກອ້າງທະນົງໃຈ ທີ່ໄດ້ມີລັດຖະທຳມະນູນແຫ່ງຊາດ ພ້ອມທັງທົບທວນຕີລາຄາດ້ານອ່ອນ ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນໄລຍະ 30 ປີຜ່ານມາ ແລະ ກຳນົດທິດທາງການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃນຊຸມປີຕໍ່ໜ້າ ໃຫ້ມີປະສິດທິພາບ ປະສິດທິຜົນສູງ ແລະ ເຂັ້ມງວດ ສັກສິດ ຕາມທິດສ້າງລັດປະຊາທິປະໄຕປາຊາຊົນ ທີ່ປົກຄອງດ້ວຍກົດໝາຍ ໃຫ້ເປັນຂະບວນການທີ່ແຂງແຮງ ແລະ ຕໍ່ເນື່ອງ.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!