ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບວິທະຍຸສາກົນແຫ່ງ ສປ ຈີນ (CRI) ປະຈໍາລາວ ຈັດເວທີປືກສາຫາລືການພັດທະນາສືແບບໃໝ່ ຂຶ້ນວັນທີ 26 ສິງຫາ 2021 ຢູ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ທ່ານ ນາງ ແສງແກ້ວ (MO Xiaoling) ຫົວໜ້າສະຖາວິທະຍຸສາກົນ ແຫ່ງປະເທດຈີນ ປະຈໍາລາວ ມີບັນດາຕາງໜ້າຈາກສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເວທີປຶກສາຫາລືຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ ໃນການພັດທະນາຖັນແຖວສື່ມວນຊົນລາວ ເຊິ່ງມີຫຼາຍຄວາມຄິດເຫັນທີ່ຕິດພັນກັບການພັດທະນາສື່ແບບໃໝ່ ໂດຍໄດ້ຮ່ວມກັນປຶກສາຫາລືໃນດ້ານສິ່ງທ້າທ້າຍ ແລະ ໂອກາດໃນການນຳໃຊ້ສື່ແບບໃໝ່ (ສື່ສັງຄົມອອນລາຍ) ເປັນຕົ້ນ ການສ້າງສື່ແບບໃໝ່ໃຫ້ເປັນສື່ກະແສຫຼັກ ແລະ ເປັນທີ່ນິຍົມ ການຊົມໃຊ້ຜະລິດຕະພັນສື່ມວນຊົນລາວ ແລະ ທິດທາງໃນການພັດທະນາສື່ມວນຊົນລາວໃນອະນາຄົດ (ເນື້ອໃນ ແລະ ຮູບແບບ) ລວມທັງບົດຮຽນຕົວຈິງກ່ຽວກັບສື່ຫຼັກຂອງຈີນ ທີ່ໃຊ້ສື່ແບບໃໝ່ໃນການຮ່ວມມືລາວ-ຈີນ ການຮ່ວມມືລາວ-ຈີນ ດ້ານສື່ມວນຊົນ ແລະ ດ້ານອື່ນໆ.

ນອກນີ້ເວທີດັ່ງກ່າວ ຍັງໄດ້ຮັບຟັງການສົນທະນາ ແລກປ່ຽນຄໍາຄິດເຫັນໃນດ້ານຕ່າງໆທີ່ຕິດພັນກັບສື່ມວນຊົນ ແລະ ວຽກອື່ນໆທີ່ປິ່ນອ້ອມ ຈາກບັນດາທ່ານເອກອັກຄະລັດຖະທູດ ຄະນະນຳຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ຜູ້ຊ່ຽວຊານດ້ານເຕັກໂນໂລຊີ ໄດ້ມີການແລກປ່ຽນຄວາມຄິດເຫັນຜ່ານສື່ອອນລາຍຈາກ CRI ທີ່ປັກກິ່ງ ສປ ຈີນ ຈາກອົງການສື່ມວນຊົນຕ່າງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮ່ວມກັນຄົ້ນຄວ້າ ແລະ ຫາລືການພັດທະນາວຽກງານດັ່ງກ່າວໃຫ້ມີຜົນສໍາເລັດຍິ່ງຂຶ້ນ.
# ຂ່າວ & ພາບ : ອຸເປຂາ