ປະທານອົງການກາແດງລາວ ລົງຊຸກຍູ້ວຽກງານກາແດງແຂວງບໍລິຄຳໄຊ

    ວັນທີ 24 ສິງຫາ 2021 ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢຽ້ມຢາມ ແລະ ຊຸກຍູ້ວຽກງານກາແດງທີ່ແຂວງບໍລິຄຳໄຊ ໂອກາດນີ້ ໄດ້ເຂົ້າພົບ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ເພື່ອປຶກສາຫາລືວຽກງານກາແດງ ໃນການຈັດຕັ້ງປະຕິບັດ ແລະ ລາຍງານການເຄື່ອນໄຫວການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຂາດເຂີນ ປ່ຽວພອຍ ດ້ອຍໂອກາດໃນເຂດຫ່າງໄກສອກຫຼີກ ໃຫ້ທ່ານຮອງເຈົ້າແຂວງຮັບຊາບ ແລະ ທິດທາງໃນການພັດທະນາວຽກງານກາແດງໃນຕໍ່ໜ້າ ລວມທັງແຜນຍຸດທະສາດ ແລະ ກົດໝາຍກາແດງ ຫັນມາເປັນນິຕິກຳອັນລະອຽດ ບັນຫາສຳຄັນ ແມ່ນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຂັ້ນແຂວງ.

    ໃນໄລຍະຜ່ານມາ ອົງການກາແດງແຂວງບໍລິຄຳໄຊ ໄດ້ເຄື່ອນໄຫວສູ້ຊົນຈັດຕັ້ງປະຕິບັດ ປະສົບຜົນສຳເລັດຫຼາຍດ້ານ ເຊັ່ນ: ການປຸກລະດົມຂົນຂວາຍແຫຼ່ງທຶນ ການລະດົມບໍລິຈາກເລືອດ ແລະ ວຽກອື່ນທີ່ເຮັດໜ້າທີ່ຊ່ວຍປະຊາຊົນຜູ້ທຸກຍາກພາຍໃນແຂວງ ພ້ອມທັງເຊີນທ່ານເຈົ້າແຂວງເປັນປະທານກິດຕິມະສັັກຂອງອົງການກາແດງແຂວງ ເພື່ອຊ່ວຍຊຸກຍູ້ພັດທະນາວຽກກາແດງໃຫ້ດີຂຶ້ນ.

    ຈາກນັ້ນ ປະທານອົງການກາແດງລາວ ພ້ອມດ້ວຍທ່ານຮອງເຈົ້າແຂວງ ຍັງໄດ້ນຳເອົາເຄື່ອງຮັກສາສຸຂະອະນາໄມ ເພື່ອປ້ອງກັນພະຍາດໂຄວິດ-19 ນຳໄປມອບໃຫ້ນ້ອງນັກຮຽນມັດທະຍົມສຶກສາຕອນຕົ້ນໂພສີເມືອງປາກຊັນ ແຂວງບໍລິຄຳໄຊ ຈຳນວນ 100 ຊຸດ ລວມມູນຄ່າ 14 ລ້ານກວ່າກີບ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນເຊື້ອພະຍາດໂຄວິດ-19 ເຊິ່ງໄດ້ຮັບຈາກການຊ່ວຍເຫຼືອຂອງກາແດງ ສ ເກົາຫຼີ ແລະ ໃນວັນດຽວກັນນັ້ນ ທ່ານປະທານອົງການກາແດງລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າພົບປະໂອ້ລົມອ້າຍນ້ອງພະນັກງານກາແດງແຂວງນຳອີກ.

# ຂ່າວ & ພາບ: ບຸນມີ

error: Content is protected !!