15 ວັນຕິດ ພາລະກິດປະສົບຜົນ ຄົນລາວຫ່າງໄກຈາກເຊື້ອໂຄວິດ​

    ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 27 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19) ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17:00 ໂມງຂອງວັນທີ 26 ເມສາ 2020 ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.096 ຄົນ ຈຸດຜ່ານດ່ານລາວ-ໄທ ທັງໝົດ 408 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຈີນ ທັງໝົດ 144 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 544 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.​

    ການເຝົ້າລະວັງ ແລະ ວິເຄາະໃນວັນທີ 26 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 61 ຄົນ ໃນນັ້ນຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 5 ຄົນ ບຸກຄົນທົ່ວໄປທີ່ບໍ່ມີອາການ 27 ຄົນ ແຮງງານລາວທີ່ກັບມາຈາກປະເທດໄທ  29 ຄົນ (ແຮງງານທັງໝົດແມ່ນບໍ່ມີອາການ) ໃນຈໍານວນຜູ້ມີອາການສົງໄສ 5 ຄົນ ມີນະຄອນຫຼວງວຽງຈັນ 2 ຄົນ ຫຼວງນ້ຳທາ 1 ຄົນ ແລະ ຄຳມ່ວນ 2 ຄົນ (ແຮງງານລາວ) ສຳລັບແຮງງານລາວມີຈຳນວນ 29 ຄົນ ຜົນກວດທັງໝົດ 61 ຄົນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 26 ເມສາ 2020 ບໍ່ມີກໍລະນີໃໝ່. 

    ນັບແຕ່ເດືອນມັງກອນ ຮອດວັນທີ 26 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.796 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (15 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ) ມາຮອດວັນທີ 26 ເມສາ 2020 ທົ່ວປະເທດຍັງມີສູນຈໍາກັດບໍລິເວນທັງໝົດ 193 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 899 ຄົນ ຈໍາກັດບໍລິເວນຢູ່ເຮືອນ 599 ຄົນ ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 492 ຄົນ ທັງໝົດບໍ່ພົບເຊື້ອ. 

    ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍພຽງແຕ່ 12 ຄົນ ຢູ່ໂຮງໝໍແຂວງຫຼວງພະບາງ ມີ 1 ຄົນ ເປັນເພດຊາຍ  ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ຢູ່ໂຮງໝໍມິດຕະພາບ ມີ 11 ຄົນ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ. 

    ພວກເຮົາໄດ້ສຶກສາສະພາບການລະບາດຂອງປະເທດໃກ້ຄຽງ ແລະ ສະພາບການລະບາດຢູ່ໃນທົ່ວໂລກ ເຫັນວ່າມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 27 ເມສາ 2020 ທົ່ວໂລກມີການລາຍງານການລະບາດທັງໝົດ 210 (ປະເທດ/ເຂດ) ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 2.992.159 (72.755 ໃໝ່)  ເສຍຊິວິດ 206.873 (3.709 ໃໝ່) ປີ່ນປົວຫາຍດີ 877.136 (42.740 ໃໝ່) ຜູ້ປິ່ນປົວຫາຍດີປະຈໍາວັນ ກວມເອົາ 58,7 % ຂອງຈໍານວນຜູ້ຕິດເຊື້ອໃໝ່ປະຈໍາວັນ ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 26.157 ຄົນ ແລະ ເສຍຊີວິດ 1.140 ຄົນຕໍ່ມື້ ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນຫຼຸດລົງ 6,91 % (ມື້ວານນີ້ 6.96 %).

    ສະເພາະກຸ່ມປະເທດອາຊຽນ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອ ແລະ ເສຍຊີວິດສູງຢູ່ ມີບາງປະເທດຕິດເຊື້ອໃໝ່ໃນວັນທີ 27 ເມສາ 2020 ນີ້ ເຖິງ 931 ຄົນ ແລະ ເສຍຊີວິດໃນມື້ດຽວຢູ່ກຸ່ມປະເທດອາຊຽນ ເຖິງ 30 ຄົນ.​

    ເພື່ອເປັນການສືບຕໍ່ເຝົ້າລະວັງຢ່າງເຂັ້ມງວດຕໍ່ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຈາກຕ່າງປະເທດ ລວມທັງແຮງງານລາວທີ່ຈະມາຈາກປະເທດໄທ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈຶ່ງມີແຈ້ງການເລກທີ 507/ຫສນຍ ວັນທີ 24 ເມສາ 2020 ແລະ ແຈ້ງການຂອງຄະນະສະເພາະກິດ ເລກທີ 037/ສພກ ລົງວັນທີ 24 ເມສາ 2020 ເຖິງເຈົ້າຄອງນະຄອນຫຼວງ ແລະ ບັນດາເຈົ້າແຂວງທົ່ວປະເທດ ໃຫ້ກະກຽມສະຖານທີ່ຈຳກັດບໍລິເວນຜູ້ເດີນທາງມາຈາກຕ່າງປະເທດໃຫ້ຖືກຕ້ອງຕາມມາດຕະ ຖານການປ້ອງກັນການແຜ່ເຊື້ອ.​

    ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມມື ເປັນເຈົ້າການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈົນຮອດວັນທີ 3 ພຶດສະພາ 2020. 

# ຂ່າວ & ພາບ: ສີພອນ ຈັນທະດາລາ

error: Content is protected !!