ກຸ່ມສີເກີດ ຈັດພິທີບໍາລຸງສິດ ແລະ ໜ້າທີ່ໃຫ້ກໍາລັງ ປກຊ-ປກສ ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພ້ອມທັງສຶກສາອົບຮົມເປົ້າໝາຍທີ່ພົວພັນກັບຢາເສບຕິດ ຂີ້ລັກງັດແງະ ຫຼິ້ນການພະ ນັນ ກຸ່ມແກ້ງຂີ່ລົດກວນເມືອງ ຂຶ້ນວັນທີ 24 ສິງຫາ 2021 ຢູ່ຫ້ອງການປົກຄອງບ້ານດັ່ງກ່າວ ໂດຍມີທ່ານ ພັນໂທ ບຸນສົງ ມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ທ່ານ ພັນໂທ ພິລາວັນ ທະນົນໄຊ ຫົວໜ້າ ປກສ ກຸ່ມສີເກີດ ທ່ານ ສົມຊາຍ ສວນບຸນມາ ເລຂາພັກບ້ານ ນາຍບ້ານນາສ້ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງເພື່ອສືບຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບຢູ່ບ້ານນາສ້ຽວໃຫ້ມີຜົນສໍາເລັດຕາມຄາດໝາຍ ໂດຍສະເພາະ ການບໍາລຸງສິດ ແລະ ໜ້າທີ່ໃຫ້ກໍາລັງ ປກຊ-ປກສ ບ້ານໃຫ້ມີຄວາມເຂັ້ມແຂງ ເພື່ອສຶກສາອົບຮົມກຸ່ມເປົ້າໝາຍທີ່ຫຼົງຜິດໄປເສບຢາເສບຕິດ ແລະ ພົວພັນກັບຢາເສບຕິດ ຂີ້ລັກງັດແງະ ຫຼິ້ນການພະນັນ ກຸ່ມແກ້ງຂີ່ລົດກວນເມືອງ ຢູ່ບ້ານນາສ້ຽວ ຈໍານວນ 29 ຄົນ ໃຫ້ກັບມາເປັນຄົນດີຂອງພໍ່-ແມ່ ກໍຄືສັງຄົມ ແລະ ປະເທດຊາດ.
# ຂ່າວ & ພາບ : ສະບາໄພ