ກອງປະຊຸມເຜີຍແຜ່ວຽກງານກວດກາທົ່ວປະເທດ ແລະ ສະຫລຸບການເຄື່ອນໄຫວວຽກງານກວດກາ ຂອງກະຊວງການຕ່າງປະເທດ ປະຈຳປີ 2020 ແລະ ວຽກງານ 5 ປີ (2016-2020) ຈັດຂຶ້ນວັນທີ 25 ສິງຫາ 2021 ຢູ່ກະຊວງດັ່ງກ່າວ ໂດຍເປັນປະທານຂອງທ່ານ ບຸນເຫຼືອ ພັນດານຸວົງ ປະທານຄະນະກວດກາພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ມີຄະນະພັກ-ຄະນະນຳກະຊວງ ບັນດາກົມ ແລະ ສະມາຊິກພັກພະນັກງານ- ລັດຖະກອນເຂົ້າຮ່ວມ.

ໂອກາດນີ້ ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ເຜີຍແຜ່ເນຶ້ອໃນເອກະສານປາຖະກະຖາລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ (ວັນທີ 16/21982-16/22021) ພ້ອມທັງໄດ້ຍົກໃຫ້ເຫັນຜົນງານ ແລະ ດ້ານຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ ໃນການເຄື່ອນໄຫວວຽກງານກວດກາທົ່ວປະເທດ 5 ປີ (2016-2020) ປະຈຳປີ 2020 ແລະ ທິດທາງຄາດໝາຍສູ້ຊົນວຽກງານກວດກາປີ 2021 ຂອງຄະນະກວດກາສູນກາງພັກ.

ກອງປະຊຸມໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາໄລຍະ 5 ປີ (2016-2020) ວຽກງານປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວສຳລັບປີ 2021 ຂອງກະຊວງການຕ່າງປະເທດ ເຊິ່ງ 5 ປີຜ່ານມາ ວຽກງານກວດກາໄດ້ຮັບການເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດ ແລະ ເປັນປົກກະຕິຂອງຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ເປັນຕົ້ນ ໄດ້ເຜີຍແຜ່ບັນດາມະຕິຂອງພັກ ນິຕິກໍາທີ່ກ່ຽວຂ້ອງກັບວຽກງານຕິດຕາມ ກວດກາ ຕ້ານພະຍາດອາດຍາສິດ ກົດໝາຍວ່າດ້ວຍການກວດກາລັດ ຕ້ານການສໍ້ລາດບັງຫຼວງ ກໍຄືຍຸດທະສາດການຕ້ານການສໍ້ລາດບັງຫຼວງຮອດປີ 2020 ເພື່ອຍົກສູງຄວາມເຂົ້າໃຈຂອງຖັນແຖວສະມາຊິກພັກ ພະນັງການ-ລັດຖະກອນ ຕໍ່ບົດບາດ ແລະ ຄວາມສໍາຄັນຂອງວຽກງານກວດກາ ໄດ້ດໍາເນີນການຕິດຕາມ-ກວດກາປົກກະຕິ ກວດກາຕາມຄໍາສັ່ງ ແລະ ກວດກາສະເພາະກິດວຽກພັກ-ລັດ ຕໍ່ເປົ້າໝາຍທີ່ຢູ່ພາຍໃນກະຊວງ ແລະ ສໍານັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ 81 ເປົ້າໝາຍ.

ຜ່ານການເຄື່ອນໄຫວກວດກາຕົວຈິງ ເຫັນວ່າຄະນະພັກແຕ່ລະຂັ້ນ ສະມາຊິກພັກ ພະນັກງານ-ລັດຖະກອນ ມີຄວາມຮັບຮູ້ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວຽກງານຕິດຕາມ ກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ມີສະຕິຕໍ່ການຈັດຕັ້ງ ເຄົາລົບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ຢ່າງເຂັ້ມງວດ ພ້ອມທັງມີຄວາມຕື່ນຕົວ ແລະ ໃຫ້ການຮ່ວມມືເປັນຢ່າງດີຕໍ່ວຽກງານວດກາ ເຊິ່ງສາມາດຕີລາຄາວ່າ ສະພາບການພາຍໃນກະຊວງການຕ່າງປະເທດມີຄວາມສະຫງົບ ມີຄວາມໂປ່ງໃສໃນການນຳພາ-ຊີ້ນຳ ແລະ ມີຄວາມສາມັກຄີເອກະພາບໃນການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຮອບດ້ານ ຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດ.
ໃນຕອນທ້າຍ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນ 5 ປີ ແລະ ເນັ້ນໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ມີຄວາມເຂົ້າໃຈເລິກເຊິ່ງ ຕໍ່ພາລະບົດບາດຄວາມສຳຄັນຂອງວຽກງານຕິດຕາມ ກວດກາ ຕີຖອຍທັດສະນະແນວຄິດຖືເບົາຕໍ່ວຽກງານກວດກາ ສືບຕໍ່ປຸກລະດົມໃຫ້ຖັນແຖວສະມາຊິກພັກ ພະນັກງານ-ລັດຖະກອນ ແລະ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມວຽກງານກວດກາຢ່າງເປັນຂະບວນ ສືບຕໍ່ປະຕິບັດວຽກງານກວດກາປົກກະຕິວຽກພັກ-ວຽກລັດ ຢ່າງມີຈຸດສຸມ ແລະ ມີຄວາມເອກະພາບ ກວດກາໃຫ້ເຫັນໄດ້ປັດໃຈທີ່ສົງເສີມ ປັບປຸງແກ້ໄຂໄດ້ຈຸດບົກຜ່ອງຢ່າງພາວະວິໄສ ແລະ ຮັກສາໄດ້ຄວາມສາມັກຄີພາຍໃນ ໃຫ້ມີການປັບປຸງການຈັດຕັ້ງ ມີການປະສານງານລະຫວ່າງສາຍຕັ້ງ-ສາຍຂວາງຢ່າງເປັນລະບົບ ແລະ ສືບຕໍ່ບໍາລຸງກໍ່ສ້າງພະນັກງານ-ລັດຖະກອນທີ່ເຮັດວຽກງານກວດກາໃຫ້ເຂັ້ມແຂງຕໍ່ເນື່ອງ ເພື່ອຮັບປະກັນໃນການເປັນເສນາທິການວຽກງານກວດກາໃຫ້ຄະນະພັກ-ຄະນະນໍາແຕ່ລະຂັ້ນ ແລະ ຕັ້ງໜ້າປະຕິບັດຕາມການຊີ້ນໍາຂອງຄະນະກວດກາສູນກາງພັກ ອົງການກວດການລັດຖະບານ ແລະ ຕາມການແນະນໍາອົງການກວດສອບແຫ່ງລັດ ແລະ ເອົາໃຈໃສ່ປະຕິບັດທິດທາງ ແລະ ຄາດໝາຍສູ້ຊົນທີ່ກອງປະຊຸມວຽກງານກວດກາທົ່ວປະເທດ ກໍຄືຂອງກະຊວງການຕ່າງປະເທດວາງອອກໃຫ້ໄດ້ຮັບຜົນດີ.
# ຂ່າວ & ພາບ : ລັດເວລາ