ເຊື່ອມຊຶມເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

    ກອງປະຊຸມເຜີຍແຜ່-ເຊື່ອມຊຶມເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຈັດຂຶ້ນວັນທີ 25 ສິງຫາ 2021 ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ ມີຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງການເງິນ ບັນດາຄະນະບໍລິຫານງານ ເລຂາ-ຮອງເລຂາຄະນະພັກຮາກຖານ ຄະນະໜ່ວຍພັກຮາກຖານ ຫົວໜ້າພະແນກ-ຮອງຫົວໜ້າພະແນກເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ: ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນກ່ຽວກັບການຈັດຕັ້ງເຊື່ອມຊຶມເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແມ່ນສ້າງຄວາມເອກະພາບ ສ້າງຄວາມຕັດສິນໃຈພາຍໃນຄະນະພັກໃນການດໍາເນີນວຽກງານຕົວຈິງ ໂດຍສະເພາະພະນັກງານນໍາພາຄຸ້ມຄອງໃນແຕ່ລະຂົງເຂດ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແມ່ນຄວາມຮັບຜິຊອບຂອງໝົດທຸກຄົນຮ່ວມກັນແກ້ໄຂ ຄົ້ນຄວ້າ ລົງເລິກບັນຫາຄວາມຮັບຜິດຊອບທາງການເມືອງ ເນັ້ນໜັກໃສ່ການຄົ້ນຄວ້າເຊື່ອມຊຶມເນື້ອໃນຕົ້ນຕໍ ເພື່ອໃຫ້ຄະນະພັກກະຊວງຮີບຮ້ອນສ້າງແຜນງານ ແຜນດໍາເນີນງານພາຍໃນອົງຄະນະພັກ ແລະ ບັນດາກົມ ເພື່ອດໍາເນີນການຈັດຕັ້ງປະຕິບັດ.

    ຈາກນັ້ນກອງປະຊຸມ ໄດ້ເຜີຍແຜ່-ເຊື່ອມຊຶມ 4 ເອກະສານໃຫຍ່ສຳຄັນເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການຊີ້ນໍາ-ນໍາພາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 01/ກມສພ ລົງວັນທີ 26 ກໍລະກົດ 2021 ເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຮ່າງຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ແນະນໍາກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ພັດທະນາບຸຄະລາກອນຂະແໜງການເງິນ ເຊິ່ງເປັນບັນຫາທີ່ພັກ ກໍຄືລັດລັດຖະບານຕັດສິນໃຈສ້າງບາດລ້ຽວໃໝ່ໃນການບໍລິຫານລັດ ການປຸກລະດົມທາງດ້ານກົນໄກ ແບບແຜນເພື່ອບັນລຸໄດ້ຕາມຈຸດປະສົງທີ່ມະຕິກອງປະຊຸມໃຫຍ່ໄດ້ວາງອອກ.

# ຮູບ & ຂ່າວ: ວຽງມາ

error: Content is protected !!