ສຳເລັດກອງປະຊຸມ AIPA ຄັ້ງທີ 42

    ວັນທີ 25 ສິງຫາ 2021 ທີ່ຫໍສະພາແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 42 ແບບທາງໄກ ຈັດໂດຍສະພານິຕິບັນຍັດແຫ່ງ ບຣູໄນ ດາຣູຊາລາມ ເປັນປະທານຂອງທ່ານ ເປຮິນ ດາໂຕະ ຮາຈິ ອາດູນ ລາມັນ ຕາອິບ ປະທານສະພານິຕິບັນຍັດ ແຫ່ງ ບຣູໄນ ດາຣູຊາລາມ ປະທານກອງປະຊຸມໃຫຍ່ AIPA ຄັ້ງທີ 42.

    ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນໃນຫົວຂໍ້ “ເຊື່ອມສານການຮ່ວມມືລັດຖະສະພາໃນການນຳໃຊ້ລະບົບດິຈິຕອນຢ່າງເທົ່າທຽມກັນ ເພື່ອກ້າວສູ່ປະຊາຄົມອາຊຽນ 2025” ໃນມື້ນີ້ ຜູ້ແທນກອງປະຊຸມໄດ້ລົງເລິກຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ບັນດາຮ່າງມະຕິທີ່ສະເໜີໃນກອງປະຊຸມຄະນະກຳມາທິການຕ່າງໆຂອງ AIPA ຄື: ກອງປະຊຸມຄະນະສະມາຊິກລັດຖະສະພາເພດຍິງ ກຳມາທິການການເມືອງ ກຳມາທິການເສດຖະກິດ ກຳມາທິການສັງຄົມ ແລະ ກຳມາທິການວຽກງານພາຍໃນຂອງ AIPA ພ້ອມກັນນັ້ນໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິ 28 ສະບັບທີ່ປີ່ນອ້ອມຫົວຂໍ້ຂອງກອງປະຊຸມ ໂດຍສະເພາະແມ່ນ ການສົ່ງເສີມຄວາມສາມາດທາງດ້ານເສດຖະກິດຂອງແມ່ຍິງ ຄວາມໝັ້ນຄົງທາງໄຊເບີ ແລະ ການປົກປ້ອງຂໍ້ມູນຂ່າວສານ  ຄວາມໝັ້ນຄົງຂອງມະນຸດ  ການທູດລັດຖະສະພາ  ການສົ່ງເສີມລະບົບເສດຖະກິດຂະໜາດນ້ອຍ  ຂະໜາດກາງ ການຟື້ນຟູເສດຖະກິດຫຼັງໂຄວິດ-19 ການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ການຫັນເປົ້າໝາຍການພັດທະນາແບບຍືນຍົງລົງສູ່ທ້ອງຖີ່ນ ແລະ ສົ່ງເສີມການມີສ່ວນຮ່ວມໃນການເລືອກຕັ້ງໃຫ້ຫຼາຍຂື້ນດ້ວຍລະບົບດີຈິຕອນ ນອກຈາກນີ້ ກອງປະຊຸມຍັງໄດ້ມີການປັບປຸງທໍາມະນູນ AIPA ມອບລາງວັນກຽດຕິຄຸນໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ 2 ທ່ານທີ່ໄດ້ປະກອບສ່ວນເຂົ້າໃນວຽກງານ AIPA ຈາກກລັດຖະສະພາກຳປູເຈຍ ແລະອິນໂດເນເຊຍ ພ້ອມທັງເຫັນດີຮັບຮອງເອົາປະເທດອູແກຣນ ຈໍເຈຍ ແລະ ປາກິດສະຖານເຂົ້າເປັນປະເທດສັງເກດການ AIPA.

   ຕອນທ້າຍຂອງກອງປະຊຸມ ຫົວໜ້າຄະນະຜູ້ແທນຂອງແຕ່ລະປະເທດສະມາຊິກ AIPA ໄດ້ຮັບຮອງ ແລະ ລົງນາມໃນຖະແຫຼງການຮ່ວມກອງປະຊຸມ AIPA ຄັ້ງທີ 42 ພ້ອມທັງເຫັນດີຮັບຮອງເອົາສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍເປັນປະທານ AIPA ແລະ ເຈົ້າພາບຈັດກອງປະຊຸມໃຫຍ່ AIPA ຄັ້ງທີ 43 ໃນປີ 2022.

# ຮູບ & ຂ່າວ: ອົ່ນ ໄຟສົມທອງ

error: Content is protected !!