ເພີ່ມທະວີການປົກປ້ອງສັງຄົມໃຫ້ມີຄວາມທົນທານໃນການຕອບໂຕ້ໄພພິບັດ

    ກອງປະຊຸມເຜີຍແຜ່ຄູ່ມືກ່ຽວກັບວຽກງານປົກປ້ອງທາງສັງຄົມ ໃນວຽກງານຄຸ້ມຄອງໄພພິບັດອາຊຽນ ແລະ ການຈັດຕັ້ງປະຕິບັດວຽກງານປົກປ້ອງທາງສັງຄົມຢູ່ ສປປ ລາວ ຈັດຂຶ້ນວັນທີ 20 ສິງຫາ 2021 ຢູ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານມີທ່ານ ກິນດາວົງ ຫຼວງຣາດ ຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈຳການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ທ່ານ ນາຊາ ຮາຢັດ ຫົວໜ້າອົງການ FAO ປະຈຳ ສປປ ລາວ ທ່ານນາງ Riyanti Djalante ຫົວໜ້າພະແນກຄຸ້ມຄອງໄພພິບັດ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳຈາກກອງເລຂາອາຊຽນ ມີຫົວໜ້າຫ້ອງການ ຫົວໜ້າກົມ ຮອງກົມ ຫົວໜ້າພະແນກ ຮອງພະແນກທີ່ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

    ທ່ານ ກິນດາວົງ ຫຼວງຣາດ ກ່າວວ່າ: ບັນຫາຜົນກະທົບຂອງໄພພິບັດຈາກທໍາມະຊາດ ທີ່ສາເຫດມາຈາກການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ ໄພນໍ້າຖ້ວມ ລົມພະຍຸພັດ ແຜ່ນດິນໄຫວ ການລະບາດຂອງພະຍາດອື່ນໆ ຍັງສືບຕໍ່ເກີດຂື້ນຖີ່ ແລະ ມີຄວາມຮຸນແຮງເພີ່ມຂື້ນ ໄດ້ກາຍເປັນບັນຫາຮ່ວມກັນ ແລະ ສົ່ງຜົນໄປທົ່ວທຸກແຫ່ງຂອງໂລກ ບັນຫາດັ່ງກ່າວ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ຊັບສິນຂອງມວນມະນຸດໃນໂລກຢ່າງຮ້າຍແຮງ ໃນນັ້ນ ລວມທັງດ້ານເສດຖະກິດ-ສັງຄົມ ລະບົບນິເວດ ແລະ ສິ່ງແວດລ້ອມທໍາມະຊາດ ທັງເປັນອຸປະສັກ ສິ່ງທ້າທາຍ ແລະ ເປັນສິ່ງກີດຂວາງຖ່ວງດຶງຄວາມກ້າວໜ້າ ແລະ ການພັດທະນາ ບັນຫາຜົນກະທົບຂອງໄພພິບັດທີ່ໄດ້ກ່າວມານັ້ນ ພັກ ແລະ ລັດຖະບານ ໄດ້ມີຄວາມຮັບຮູ້ສູງ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານຄຸ້ມຄອງໄພພິບັດ ດ້ວຍການກຳນົດນະໂຍບາຍ ແລະ ຍຸດທະສາດເພື່ອການປ້ອງກັນ ການຄວບຄຸມ ແລະ ການຟື້ນຟູຄືນທີ່ດີກວ່າເກົ່າຫຼັງໄພພິບັດ.

    ປີ 2020 ທີ່ຜ່ານມາ ອາຊຽນກໍໄດ້ມີຄູ່ມືແນະນໍາການເພີ່ມທະວີການປົກປ້ອງສັງຄົມໃຫ້ມີຄວາມທົນທານໃນການຕອບໂຕ້ໄພພິບັດ ເຊິ່ງໄດ້ລະບຸຢູ່ໃນສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຕອບໂຕ້ໄພພິບັດ (AADMER) ແລະ ຕິດພັນກັບຖະແຫຼງການຮຽວໂກ ແລະ ຂອບປະຕິບັດງານຮຽວໂກ ທີ່ໄດ້ຮັບການສ້າງຕັ້ງຂື້ນໃນກອງປະຊຸມຫຼຸດຜ່ອນຄວາມສ່ຽງໄພພິບັດໃນເດືອນມັງກອນ 2005 ເພື່ອໃຫ້ບັນດາປະເທດສະມາຊິກອາຊຽນ ມີຄວາມເຂັ້ມແຂງໃນວຽກງານປົກປ້ອງສັງຄົມ ເຊິ່ງອາຊຽນໄດ້ມີການຮ່ວມມືກັບອົງການ FAO ປະຈຳໃນພາກພື້ນອາຊີ ເພື່ອປືກສາແລກປ່ຽນ ແລະ ຜັນຂະຫຍາຍວຽກງານປົກປ້ອງທາງສັງຄົມ ໃນວຽກງານໄພພິບັດ ແລະ ການຈັດຕັ້ງວຽກງານທາງສັງຄົມຢູ່ ສປປ ລາວ.

# ຮູບ & ຂ່າວ: ຊິລິການດາ

error: Content is protected !!