ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ຢູ່ໃນ ສປປ ລາວ ໃນວັນທີ 25 ສິງຫາ 2021 ຢູ່ກະຊວງສາທາລະນະສຸກວ່າ: ມາຮອດວັນທີ 24 ສິງຫາ 2021: ໄດ້ກວດວິເຄາະທັງໝົດ 3.107 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 952 ຄົນ (ເປັນຕົວເລກສູງທີ່ສຸດ ນັບຕັ້ງແຕ່ມີການລະບາດມາ) ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 594 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ສະຫວັນນະເຂດ 551 ຄົນ ບໍ່ແກ້ວ 29 ຄົນ ນະຄອນຫຼວງວຽງຈັນ 11 ຄົນ ຈຳປາສັກ 1 ຄົນ ແຂວງວຽງຈັນ 1 ຄົນ ໄຊຍະບູລີ 1 ຄົນ.

ສ່ວນກໍລະນີນໍາເຂົ້າ ມີ 358 ຄົນ ຈາກຄຳມ່ວນ 112 ຄົນ ສາລະວັນ 110 ຄົນ ສະຫວັນນະເຂດ 80 ຄົນ ຈຳປາສັກ 54 ຄົນ ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ສຳລັບການຕິດເຊື້ອໃນຊຸມຊົນ 551 ຄົນ ຢູ່ແຂວງສະຫວັນນະເຂດ ກວດພົບຢູ່ສະຖານທີ່ຄຸມຂັງ 543 ຄົນ ແລະ ກຸ່ມຄົນທົ່ວໄປ 8 ຄົນ ຄື: ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນ ພະນັກງານການຢາຢູ່ໂຮງໝໍແຂວງ 1 ຄົນ ຊາວຄ້າຂາຍ 1 ຄົນ (ຢູ່ບ້ານອຸດົມວິໄລ) ແລະ ຜູ້ສຳຜັດໃກ້ຊິດກັບພະນັກງານບໍລິສັດລ້ານຊ້າງມິເນໂຣ ທີ່ິິຕິດເຊື້ອ 1 ຄົນ ສ່ວນແຂວງຈຳປາສັກ ຕິດເຊື້ອໃນຊຸມຊົນ 1 ຄົນ ເປັນເພດຊາຍ ອາຍຸ 26 ປີ ພະນັກງານ ປກຊ ທີ່ປະຈຳຢູ່ສູນຈຳກັດບໍລິເວນ, ແຂວງວຽງຈັນ ຕິດເຊື້ອໃນຊຸມຊົນ 1 ຄົນ ເພດຍິງ ອາຍຸ 52 ປິ ບ້ານຜາລາດ ເມືອງຊະນະຄາມ ຜູ້ກ່ຽວໄດ້ເດີນທາງໄປເມືອງນານ ແຂວງຫຼວງພະບາງ ແລະ ໄດ້ໄປພົບກັບເອື້ອຍທີ່ມາຈາກເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.
ຂະນະທີ່ນະຄອນຫຼວງ ຕິດເຊື້ອໃນຊຸມຊົນ ມີ 11 ຄົນ ທັງໝົດແມ່ນກຸ່ມພີ່ນ້ອງ ໝູ່ຄູ່ກັນກ່ອນໜ້ານີ້ ໄດ້ມີການຊຸມແຊວນຳກັນເລື້ອຍໆ ຄື: ບ້ານສິມມະໂນ ເມືອງຫາດຊາຍຟອງ ເພດຊາຍ ອາຍຸ 39 ປີ ອາຊີບ ພະນັກງານໂຮງງານເປັບຊີ (ສາມີ) ເພດຍິງ ອາຍຸ 38 ປີ ອາຊີບ ພະນັກງານຄູອະນຸບານ ນາລ້ອງ (ພັນລະຍາ) ເພດຊາຍ ອາຍຸ 15 ປີ ອາຊີບ ນັກຮຽນ (ລູກ) ເພດຊາຍ ອາຍຸ 39 ປີ ພະນັກງານບໍລິສັດເບຍລາວ (ເປັນໝູ່ກັບຜູ້ຕິດເຊື້ອ) ເພດຊາຍ ອາຍຸ 33 ປີ ພະນັກງານໂກປີໂກລາວ (ເປັນໝູ່ກັບຜູ້ຕິດເຊື້ອ) ເພດຊາຍ ອາຍຸ 6 ປີ ອາຊີບ ນັກຮຽນ ໄປຢູ່ບ້ານແມ່ເຖົ້າ ຢູ່ບ້ານສິມມະໂນ ສ່ວນບ້ານດອນດູ່ ເມືອງຫາດຊາຍຟອງ ເພດຊາຍ ອາຍຸ 7 ປີ ອາຊີບ ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ) ເພດຊາຍ ອາຍຸ 15 ປີ ອາຊີບ ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ) ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ເພດຊາຍ ອາຍຸ 43 ປີ ພະນັກງານບໍລິສັດເບຍລາວ ເພດຊາຍ ອາຍຸ 37 ປີ ພະນັກງານບໍລິສັດເປັບຊີ ເພດຊາຍ ອາຍຸ 34 ປີ ພະນັກງານບໍລິສັດເປັບຊີ.
# ຮູບ & ຂ່າວ: ສີພອນ