ມຊ ມີຄວາມພ້ອມຮອບດ້ານສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສົກ 2021-2022

   ທ່ານ ຄໍາຜົງ ນາມມະວົງມີໄຊ ຮອງອະທິການບໍດີ (ມຊ) ຜູ້ຊີ້ນໍາວຽກງານວິຊາການ ໄດ້ໃຫ້ສໍາພາດວັນທີ 24 ສິງຫາ 2021 ວ່າ: ມາຮອດປັດຈຸບັນ ມຊ ມີຄວາມພ້ອມຮອບດ້ານ ຮອງຮັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃນສົກສຶກສາ 2021-2022 ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊ ຖືກເລື່ອນມາຈາກວັນທີ 7 ສິງຫາ 2021 ທີ່ຄາດໄວ້ໃນເມື່ອກ່ອນ ມາເປັນວັນເສົາວັນທີ 11 ກັນຍາ 2021 .

    ມຊ ໄດ້ມີການວາງແຜນຈັດການສອບເສັງຢ່າງລະອຽດບໍ່ວ່າຈະເປັນດ້ານໂປຣແກຣມລົງທະບຽນແມ່ນນໍາໃຊ້ຮູບແບບອອນລາຍ ຊຶ່ງໄດ້ເລີ່ມເປີດຮັບສະໝັກແຕ່ວັນທີ 18 ສິງຫາ 2021 ແລະ ຈະປິດຮັບສະໝັກໃນວັນທີ 8 ກັນຍາ 2021 ຊຶ່ງຄະນະຮັບຜິດຊອບແມ່ນມອບໃຫ້ພະນັກງານສູນໄອທີຕິດຕາມເບິ່ງແຍງລະບົບຢ່າງໃກ້ຊິດເພື່ອຮັບປະກັນໃຫ້ໄດ້ 100% ດ້ານສະຖານທີ່ອອກບັດອະນຸຍາດສອບເສັງໃຫ້ນັກສຶກສາໄດ້ມີການຈັດສັນບ່ອນເຮັດວຽກຢ່າງລະອຽດ ຄວບຄູ່ກັບມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ເລີ່ມອອກບັດໃຫ້ຜູ້ສະໝັກສອບເສັງແຕ່ວັນທີ 23 ສິງຫາ 2021 ຫາວັນທີ 8 ກັນຍາ 2021 ດ້ານສະຖານທີ່ສອບເສັງ ຄະນະກໍາມະການໄດ້ກະກຽມວາງແຜນຈັດນັກສຶກສາເຂົ້າສອບເສັງຢ່າງລະອຽດ ໂດຍຈະຈັດຫ້ອງລະ 20 ຄົນສູງສຸດ ເອກະພາບກັນໝົດທຸກຫ້ອງ ເພື່ອຫຼີກລ່ຽງຄວາມແອອັດ ແລະ ໄດ້ກໍານົດຈຸດສອບເສັງໄວ້ດັ່ງນີ້: ກຸ່ມ A ສາຍທໍາມະຊາດ ຈະສອບເສັງຢູ່ 4 ຈຸດຄື: 1. ສະຖາບັນພັດທະນາຊັບພະຍາກອນລາວ-ຢີ່ປຸ່ນ; 2. ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ; 3. ຄະນະສຶກສາສາດ; 4. ຄະນະວິທະຍາສາດທໍາມະຊາດ; ກຸ່ມ B ສາຍສັງຄົມຈະສອບເສັງຢູ່ 12 ຈຸດຄື: 1. ຄະນະວິທະຍາສາດສັງຄົມ; 2. ຄະນະອັກສອນສາດ; 3. ສະຖາບັນຂົງຈື; 4. ຄະນະສະຖາປັດຕະຍະກໍາສາດ; 5. ຄະນະວິທະຍາສາດສິ່ງແວດລ້ອມ; 6. ພາກວິຊາພາສາຫວຽດນາມ; 7. ຄະນະວິທະຍາສາດປ່າໄມ້; 8. ຄະນະວິສະວະກໍາສາດ; 9. ຄະນະນິຕິສາດ-ລັດຖະສາດ; 10. ມສ ສາທິດ; 11. ປະຖົມສາທິດ; 12. ໂຮງຮຽນພອນສະຫວັນ; ຍັງມີຈຸດສໍາຮອງກະກຽມໄວ້ມີ 3 ຈຸດຄື: 1. ວິທະຍາໄລເຕັກນິກຊັບພະວິຊາ; 2. ມສ ວຽງຈັນ; 3. ສະໂມສອນ ມຊ, ສໍາລັບກໍາມະການຍາມຫ້ອງສອບເສັງ ໄດ້ເລືອກເອົາສະເພາະຜູ້ທີ່ໄດ້ສັກຢາວັກຊິນແລ້ວເທົ່ານັ້ນ ຊຶ່ງໃນປີນີ້ ມີນັກສຶກສາມາລົງທະບຽນທາງອອນລາຍ ປະມານ 15.000 ຄົນ ສ່ວນໃຫຍ່ມາລົງທະບຽນສາຍສັງຄົມຫຼາຍກວ່າໝູ່ ສາຂາວິຊາທີ່ນັກສຶກສາໃຫ້ຄວາມສົນໃຈຮຽນຫຼາຍກວ່າໝູ່ແມ່ນພາສາຈີນ ຮອງລົງມາແມ່ນພາສາອັງກິດ ແລະ ອື່ນໆ.

   ນັກຮຽນທີ່ມາສະໝັກສອບເສັງທຸກຄົນ ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ມີການວັດແທກອຸນຫະພູມ ໃສ່ຜ້າອັດປາກ-ດັງ ແລະ ລ້າງມືດ້ວຍນໍ້າຢາທີ່ກະກຽມໄວ້ໃຫ້ ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ບໍ່ໃຫ້ຢູ່ກັນເປັນຈຸ້ມ ເປັນກຸ່ມ ພາຍຫຼັງສໍາເລັດການລົງທະບຽນຮັບບັດແລ້ວໃຫ້ກັບບ້ານທັນທີ. ສຳລັບການສອບເສັງແມ່ນຈະໄດ້ຈັດຂຶ້ນໃນວັນທີ 11 ກັນຍາ 2021 ຊຶ່ງວິຊາສອບເສັງກຸ່ມ A ສາຍທໍາມະຊາດສອບເສັງວິຊາຄະນິດສາດ A, ຟີຊິກສາດ, ພາສາລາວ-ວັນນະຄະດີ, ເຄມີສາດ, ຊີວະສາດ, ພາສາອັງກິດ; ກຸ່ມ B ສາຍສັງຄົມສອບເສັງວິຊາຄະນິດສາດ B, ພາສາລາວ-ວັນນະຄະດີ, ພູມສາດ, ປະຫວັດສາດ, ພາສາອັງກິດ ນອກຈາກຈໍານວນຫຼັກສູດປະລິນຍາຕີໃນ 112 ສາຂາ ມຊ ຍັງມີບາງຫຼັກສູດທີ່ໄດ້ຈັດຕັ້ງສອບເສັງເອົານັກສຶກສາເຂົ້າຮຽນສະເພາະສາຍຕ່າງຫາກອີກ ຊຶ່ງໃນສົກຮຽນ 2021-2022 ຕາມແຜນຄາດຄະເນທີ່ ມຊ ສະເໜີໄປຫາກະຊວງສຶກສາທິການ ແລະ ກິລາ ເພື່ອຮັບເອົານັກສຶກສາເຂົ້າຮຽນໃນສາຂາວິຊາຕ່າງໆມີຈຳນວນ 7.395 ຄົນ ຄາດວ່າຈະປະກາດຜົນການສອບເສັງກ່ອນວັນທີ 8 ຕຸລາ 2021 ແລະ ພາຍຫຼັງໄດ້ຜົນການສອບເສັງເປັນທີ່ຮຽບຮ້ອຍແລ້ວ ຈະນໍາສະເໜີກະຊວງສຶກສາທິການ ແລະ ກິລາ ເພື່ອຂໍສະເໜີອະນຸມັດເປີດການຮຽນ-ການສອນຕໍ່ໄປ.

# ຂ່າວ & ພາບ: ໄຊບັນດິດ

error: Content is protected !!