ຍົກລະດັບວິຊາການຄູສອນຂັ້ນ ປ3 ຫຼັກສູດສະບັບປັບປຸງໃໝ່ໃຫ້ຄູພາກເອກະຊົນ

    ຊຸດເຝິກອົບຮົມ ຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ3 ສະບັບປັບປຸງໃໝ່ ໃຫ້ຄູສອນພາກເອກະຊົນພາຍໃນ ນະຄອນຫຼວງວຽງຈັນ  ລະຫວ່າງວັນທີ 23-25 ສິງຫາ 2021 ທີ່ໂຮງຮຽນມັດທະຍົມສຶກສາສົມບູນ ຮຸ່ງເຮືອງ ນວ ໂດຍມີທ່ານ ນາງ ວົງເດືອນ ໂອສາ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ ຄຳຫວັນ ລາຊະຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ອຳພອນ ອານຸໄຊຍາ ຫົວໜ້າຂະແໜງພັດທະນາຄູ ພະແນກສຶກສາທິການ ແລະ ກີລາ ນວ ໄດ້ແຈ້ງໃຫ້ຊາບວ່າ: ເພື່ອສືບຕໍ່ບີຄວາ ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາ ລີ ທາງຂະແໜງພັດທະນາຄູ ໄດ້ສືບຕໍ່ຜັນຂະຫຍາຍການເຝິກອົບຮົມໃຫ້ແກ່ຄູສອນພາກເອກະຊົນ ຈາກ 5 ເມືອງ ຄື: ເມືອງຈັນທະບູລີ ສີໂຄດຕະບອງ ສີສັດຕະນາກ ໄຊເສດຖາ ແລະ ເມືອງຫາດຊາຍຝອງ ເຊິ່ງມີຄູເຂົ້າຮ່ວມເຝິກອົບຮົມທັງໝົດ 301 ຄົນ ຍິງ 260 ຄົນ ບົດຮຽນທີ່ນຳມາອົບຮົມປະກອບມີ 6 ພາກ ຄື: ພາກລວມຂອງຫຼັກສູດ ພະລະສຶກສາວິທະຍາສາດ ແລະ ສິ່ງແວດລ້ອມ ພາກພາສາລາວ ພາສາອັງກິດ ການວັດ ແລະ ປະເມີນຜົນ ແລະ ພາກວິທີການພັດທະນາຕົນເອງສຳລັບຄູ ທັງນີ້ກໍເພື່ອໃຫ້ຄູສອນຂັ້ນ ປ3 ທຸກຄົນໄດ້ຮັບຄວາມຮູ້ອັນໃໝ່ ໃນການນຳໃຊ້ຫຼັກສູດສະບັບປັບປຸງໃໝ່ມີຄວາມເປັນເອກະພາບກັນ.

# ຂ່າວ & ພາບ : ບຸນມີ ສີວິໄລ

error: Content is protected !!