ນະຄອນຫຼວງວຽງຈັນ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ 5 ຄົນ

    ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຕາງໜ້າຄະນະຖະແຫຼງຂ່າວປະຈຳວັນທີ 24 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ທົ່ວໂລກ.

    ວັນທີ 23 ສິງຫາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.342 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 336 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນ 147 ຄົນ ເຊິ່ງເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອຜ່ານມາ ຄື: ນະຄອນຫຼວງວຽງຈັນ 5 ຄົນ ແຂວງບໍ່ແກ້ວ 12 ຄົນ ຄຳມ່ວນ 1 ຄົນ ສະຫວັນນະເຂດ 128 ຄົນ ແລະ ແຂວງສາລະວັນ 1 ຄົນ ສ່ວນກໍລະນີນຳເຂົ້າ ມີ 189 ຄົນ ຈາກນະຄອນຫຼວງວຽງຈັນ 128 ຄົນ ແຂວງຄຳມ່ວນ 13 ຄົນ ສະຫວັນນະເຂດ 2 ຄົນ ແລະ ແຂວງຈຳປາສັກອີກ 46 ຄົນ ເຊິ່ງແມ່ນແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍ.

    ສຳລັບການຕິດເຊື້ອໃນຊຸມຊົນ 128 ຄົນ ຢູ່ແຂວງສະຫວັນນະເຂດ ໃນນັ້ນ ກວດພົບຢູ່ສະຖານທີ່ຄຸມຂັງ 121 ຄົນ ແລະ ກຸ່ມຄົນທົ່ວໄປ 7 ຄົນ ສ່ວນນະຄອນຫຼວງວຽງຈັນທີ່ຕິດເຊື້ອໃນຊຸມຊົນ 5 ຄົນ ໃນນັ້ນ ແມ່ນຢູ່ບ້ານສິມມະໂນ ເມືອງຫາດຊາຍຟອງ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ທີ່ໄດ້ຖະແຫຼງຂ່າວກ່ອນໜ້ານີ້ ສ່ວນອີກ 2 ຄົນ ເປັນເພດຊາຍ 38 ປີ ອາຊີບພະນັກງານ ແລະ ເພດຍິງ ອາຍຸ 35 ປີ ອາຊີບຄ້າຂາຍ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຢູ່ບ້ານສິມມະໂນ.

    ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 12.957 ຄົນ ເສຍຊີວິດສະສົມ 11 ຄົນ ແລະ ກໍາລັງປິ່ນປົວ 4.259 ຄົນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 213.151.198 ຄົນ (ໃໜ່ 449.005 ຄົນ) ເສຍຊີວິດສະສົມ 4.451.297 ຄົນ (ໃໝ່ 6.759 ຄົນ) ແລະ ປີ່ນປົວຫາຍດີ 190.746.086 ຄົນ (ໃໝ່ 517.600 ຄົນ).

    ອີກເທື່ອໜຶ່ງ ຂ້າພະເຈົ້າຂໍແກ້ຂ່າວກ່ຽວກັບການລາຍງານຕົວເລກເສຍຊີວິດສະສົມໃນ ສປປ ລາວ ທີ່ໄດ້ຖະແຫຼງຂ່າວໃນວັນເສົາທີ 21 ສິງຫາ 2021 ຜ່ານມາ ເຊິ່ງປະກອບມີ: ນະຄອນຫຼວງວຽງຈັນ 4 ຄົນ ແຂວງສະຫວັນນະເຂດ 3 ຄົນ ຈຳປາສັກ 3 ຄົນ ແລະ ແຂວງບໍ່ແກ້ວ 1 ຄົນນັ້ນ ສຳລັບແຂວງບໍ່ແກ້ວ 1 ຄົນ ແມ່ນເປັນການສື່ສານຜິດພາດ ເຊິ່ງແຂວງບໍ່ແກ້ວ ບໍ່ໄດ້ມີລາຍງານຜູ້ເສຍຊີວິດ ຄວາມຈິງແມ່ນແຂວງຄຳມ່ວນ ທີ່ມີລາຍງານກໍໍລະນີເສຍຊີວິດ 1 ຄົນ ດັ່ງນັ້ນ ຈຶ່ງຂໍອະໄພມາຍັງບັນດາທ່ານທີ່ໄດ້ຕິດຕາມຮັບຊົມ ແລະ ຮັບຟັງໃນທີ່ນີ້ດ້ວຍ.

# ຮູບ & ຂ່າວ: ຊິລິການດາ

error: Content is protected !!