ແຮງງານທີ່ກັກຕົວພາຍໃນເມືອງໄຊທານີ ບໍ່ມີເຊື້ອພະຍາດໂຄວິດ ພ້ອມສືບຕໍ່ຕິດຕາມຢູ່ເຮືອນ​

     ທ່ານ ບຸນວັນ ຈະສົ໋ວເກົ້າ ຮອງເຈົ້າເມືອງໄຊທານີ ນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະອະນຸກຳມະການສະເພາະກິດ ຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ເມືອງໄຊທານີ ໃຫ້ສໍາພາດວັນທີ 27 ເມສາ 2020 ວ່າ: ນັບແຕ່ມີຄໍາສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 06/ນຍ ອະນຸກໍາມະການສະເພາະກິດ ຕ້ານພະຍາດໂຄວິດ-19 ຂັ້ນເມືອງ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເຊິ່ງຜ່ານການຈັດຕັ້ງປະຕິບັດໃນເບື້ອງຕົ້ນ ເຫັນວ່າມີຄວາມຫຍຸ້ງຍາກ ແຕ່ພວກເຮົາກໍໄດ້ເອົາໃຈໃສ່ໂຄສະນາປະຊາສໍາພັນເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ໄດ້ຮັບການຮ່ວມມືເປັນຢ່າງດີຈາກຫົວໜ່ວຍທຸລະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງ ພ້ອມນັ້ນ ກໍໄດ້ເອົາໃຈໃສ່ຄຸ້ມຄອງພື້ນທີ່ຂອງການເຂົ້າ-ອອກເຮືອນຂອງພໍ່ແມ່ປະຊາຊົນພາຍໃນບ້ານ ທົ່ວເມືອງມີດ່ານກວດກາທັງໝົດ 77 ດ່ານ ໃນນີ້ດ່ານໃຫຍ່ 7 ດ່ານ.​

    ສໍາລັບແຮງງານລາວທີ່ກັບຈາກຕ່າງປະເທດຂອງເມືອງໄຊທານີມີທັງໝົດ 962 ຄົນ ໂດຍນໍາໄປກັກບໍລິເວນ 14 ວັນໃນ 15 ສູນ ເຊິ່ງແຕ່ລະສູນແມ່ນໄດ້ຈັດແບ່ງທີມແພດຕິດຕາມວັດແທກອຸນຫະພູມຢ່າງໃກ້ຊິດ ຜ່ານການຕິດຕາມກວດກາ ເຫັນວ່າມີກໍລະນີສົງໄສເປັນພະຍາດໂຄວິດ-19 ຈໍານວນ 4 ຄົນ ໄດ້ສົ່ງໄປກວດຫາເຊື້ອຢູ່ໂຮງໝໍ ຜົນອອກມາບໍ່ພົບເຊື້ອ ພຽງແຕ່ເປັນໄຂ້ຫວັດທໍາມະດາ ມາຮອດວັນທີ 16 ເມສາ 2020 ເມືອງໄຊທານີສາມາດປົດປ່ອຍແຮງງານໝົດແລ້ວໃນ 15 ສູນ ເຫັນວ່າແຮງງານແຕ່ລະຄົນມີສຸຂະພາບແຂງແຮງດີ ສ່ວນການຊ່ວຍເຫຼືອຂອງສັງຄົມ ເມືອງໄດ້ມີການປຸກລະດົມຫົວໜ່ວຍທຸລະກິດທີ່ມີເງື່ອນໄຂປະກອບສ່ວນເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ໃນນີ້ກໍໄດ້ສືບຕໍ່ມອບໃຫ້ກັບພໍ່ແມ່ປະຊາຊົນທີ່ມີຄວາມທຸກຍາກຂາດເຂີນ.​

    ສໍາລັບທິດທາງໃນຕໍ່ໜ້າ ເພື່ອເຮັດໃຫ້ການສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ ໃຫ້ມີຄວາມເຂັ້ມງວດຂຶ້ນຕື່ມ ທາງຄະນະສະເພາະກິດຂັ້ນເມືອງ ຕ້ອງສືບຕໍ່ໂຄສະນາປະຊາສໍາພັນໃຫ້ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈຕໍ່ຜົນຮ້າຍ ແລະ ວິທີປ້ອງກັນຕົນເອງຈາກພະຍາດໂຄວິດ-19 ສືບຕໍ່ກວດກາຮ້ານຄ້າ ຮ້ານກິນດື່ມ ບໍ່ໃຫ້ມີການເປີດບໍລິການຈົນກວ່າຮອດວັນທີ 3 ພຶດສາພາ 2020 ໃຫ້ອໍານາດການປົກຄອງບ້ານຕິດຕາມແຮງງານ 962 ຄົນທີ່ປົດປ່ອຍອອກຈາກສູນໄປພັກເຊົາຢູ່ເຮືອນນໍາຄອບຄົວ ກະກຽມຮ່ວມມືກັບຄະນະສະເພາະກິດເພື່ອຮອງຮັບແຮງງານລາວທີ່ຈະເຂົ້າມາໃໝ່ຫຼັງວັນທີ 3 ພຶດສະພາ 2020 ໂດຍຈັດສູນຮອງຮັບຢູ່ຫຼັກ 27 ສູນນີ້ສາມາດຮອງຮັບແຮງງານໄດ້ເຖິງ 500 ຫາ 1000 ຄົນ ແລະ ສືບຕໍ່ເຝົ້າລະວັງ ໃຫ້ປະຊາຊົນມີສະຕິຕື່ນຕົວປ້ອງກັນຕົນເອງ ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19.​

    ທ່ານ ຮອງເຈົ້າເມືອງໄຊທານີ ກ່າວໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ ສະພາບຢູ່ປະເທດເຮົາ 15 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເຫັນວ່າປະຊາຊົນຈໍານວນໜຶ່ງຍັງມີຄວາມປະໝາດ ບໍ່ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ ເທົ່າທີ່ຄວນ ສະແດງເຫັນອາທິດນີ້ລົດແລ່ນຕາມຖະໜົນໄດ້ເພີ່ມຫຼາຍຂຶ້ນ ສະນັ້ນຮຽກຮ້ອງມາຍັງທຸກຄົນຈົ່ງຮ່ວມແຮງຮ່ວມໃຈກັນປະຕິບັດຄໍາສັ່ງເລກທີ 06/ນຍ ໃຫ້ເຂັ້ມງວດ ແລະ ບໍ່ໃຫ້ປະໝາດ ເນື່ອງຈາກວ່າບັນດາປະເທດໃກ້ຄຽງຍັງມີການລະບາດເພີ່ມຂຶ້ນ ດັ່ງນັ້ນເຮົາຕ້ອງພ້ອມກັນປ້ອງກັນດີກ່ອນແກ້ ຖ້າມັນມີການແຜ່ລະບາດຫຼາຍຄົນ ເຮົາຈະແກ້ໄຂບໍ່ໄດ້ ໃຫ້ພໍ່ແມ່ປະຊາຊົນຊ່ວຍກັນເປັນເຈົ້າການນໍາກັນ ເພື່ອຮ່ວມກັນປ້ອງກັນບໍ່ໃຫ້ມີການແຜ່ລະບາດເຊື້ອພະຍາດໂຄວິດ-19.

# ຂ່າວ & ພາບ: ຂັນທະວີ

error: Content is protected !!