ລັດຖະບານພິຈາລະນາຫຼາຍບັນຫາແຜນວຽກຈຸດສຸມ

      ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ ໄດ້ໄຂຂຶ້ນຢ່າງເປັນທາງການ ວັນທີ 23-24 ສິງ ຫາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ແລະ ມີບັນດາສະມາຊິກລັດຖະບານ ເຂົ້າຮ່ວມຢ່າງ​ພ້ອມ​ພຽງ.

ກອງປະຊຸມຄັ້ງນີ້ ຊຶ່ງຈະໄດ້ພ້ອມກັນຮັບຟັງ ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື:

1.     ບົດລາຍງານສະພາບພົ້ນເດັ່ນເດືອນສິງຫາ ແລະ ແຜນວຽກຈຸດສຸມເດືອນກັນຍາ 2021 ແລະ ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

2.     ບົດລາຍງານຄວາມຄືບໜ້າໃນການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມຮອບດ້ານ ໃນການເປີດນໍາໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ.

3.     ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດການຫັນກຸ້ມຕົນເອງທາງດ້ານງົບປະມານຂອງຫົວໜ່ວຍງົບປະມານ ປະຈໍາປີ 2021.

4.     ຮ່າງແຜນແມ່ບົດ ສົ່ງເສີມ ແລະ ພັດທະນາທຸລະກິດລິເລີ່ມ (Start Up) ໃນໄລຍະກ້າວເຂົ້າສູ່ເສດຖະກິດດິຈິຕອນ.

5.     ບົດລາຍງານກ່ຽວກັບການກຳນົດລາຄາຫົວໜ່ວຍການກໍ່ສ້າງເຄຫາສະຖານ.

6.     ຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 2021-2025.

7.     ບັນດາຮ່າງກົດໝາຍທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.

–   ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ).

–   ຮ່າງກົດໝາຍ ວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ).

–   ຮ່າງກົດໝາຍ ວ່າດ້ວຍເຕັກໂນໂລຊີຊັ້ນສູງ (ສ້າງໃໝ່).

–   ຮ່າງກົດໝາຍ ວ່າດ້ວຍງົບປະມານ (ສະບັບປັບປຸງ).

8.     ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດກາຊີໂນ.

   ໃນ​ໂອ​ກາດ​ກ່າວໄຂກອ​ງ​ປະ​ຊຸມ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານທັງ​ໝົດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄ້ວາພິຈາລະນາ ປະກອບຄຳເຫັນຢ່າງສ້າງສັນ ມີຈຸດສຸມ ຮັດກຸມ ທັງຮັບປະກັນຄວາມຖືກຕ້ອງສອດ​ຄ່ອງຕາມກົດໝາຍ ເຂົ້າໃນແຕ່ລະຫົວຂໍ້ ແລະ ຄຳຖາມເຈາະຈີ້ມ ເພື່ອໃຫ້ຜົນຂອງກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

# ຂ່າວ & ພາບ: ໄຊບັນດິດ

error: Content is protected !!