ຫົວເຫວີຍ ສືບຕໍ່ປູກຝັງຜູ້ທີ່ມີຄວາມສາມາດດ້ານ ICT ໃຫ້ນັກສຶກສາລາວ

    ພາຍຫຼັງລົງນາມສັນຍາການຮ່ວມມືວ່າດ້ວຍໂຄງການ “ແກ່ນພັນແຫ່ງອະນາຄົດ – Seed for the Future” ລະຫວ່າງບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ແລະ ກະຊວງສຶກສາທິການ ແລະ ກີລາ (ສສກ) ປີ 2016 ເຊິ່ງແຕ່ລະປີຈະຄັດເລືອກນັກສຶກສາທີ່ມີຄວາມສາມາດໂດດເດັ່ນຫຼາຍກວ່າ 10 ຄົນ ເພື່ອເດີນທາງໄປນະຄອນຫຼວງປັກກິ່ງ ແລະ ນະຄອນເຊີນເຈີ້ນ ສປ ຈີນ ເພື່ອຮຽນຮູ້ດ້ານວັດທະນະທໍາ ແລະ ໄອຊີທີ (ICT) ຈຸດປະສົງຫຼັກຂອງໂຄງການນີ້ ເພື່ອປູກຝັງຜູ້ທີ່ມີຄວາມສາມາດດ້ານ ICT ໃນທ້ອງຖິ່ນ ສົ່ງເສີມການຖ່າຍທອດຄວາມຮູ້ເພີ່ມຄວາມເຂົ້າໃຈ ແລະ ຄວາມສົນໃຈຂອງຜູ້ຄົນໃນອຸດສາຫະກຳ ICT ພ້ອມທັງສະໜັບສະໜູນໃຫ້ປະເທດ ແລະ ພາກພື້ນມີສ່ວນຮ່ວມໃນການກໍ່ຕັ້ງຊຸມຊົນດີຈີຕອນ.

    ໂຄງການ “ແກ່ນພັນແຫ່ງອະນາຄົດ – Seed for the Future” ເປັນໂຄງການ CSR ລະດັບໂລກຂອງຫົວເຫວີຍ ທີ່ດີ ແລະ ສໍາຄັນທີ່ສຸດດ້ານການສຶກສາ ເຊິ່ງເປັນກິດຈະກຳ CSR ທີ່ຫົວເຫວີຍ ໄດ້ລົງທຶນຫຼາຍທີ່ສຸດໃນໂລກ ແລະ ຈະລົງທຶນຢ່າງຕໍ່ເນື່ອງເປັນເວລາຍາວນານ ໂດຍໂຄງການດັ່ງກ່າວໄດ້ສຸມໃສ່ການຮ່ວມມືໄລຍະຍາວດ້ານການສຶກສາ ຮຽນຮູ້ວັດທະນະທໍາດັ້ງເດີມ ແລະ ຄວາມຮູ້ດ້ານ ICT ທີ່ໃໝ່ຫຼ້າສຸດ ເປັນຕົ້ນ 5G AI Cloud Computing HMS Core Introduction ແລະ ICT Advanced ຈຸດສໍາຄັນຂອງໂຄງການ ຄືການໃຊ້ຂໍ້ໄດ້ປຽບທາງເຕັກນິກຂອງຫົວເຫວີຍ ແລະ ປະສົບການອັນຫຼວງຫຼາຍດ້ານອຸດສາຫະກຳ ICT ເພື່ອເຝິກຝົນຜູ້ຊ່ຽວຊານດ້ານ ICT ໃຫ້ດີເລີດ.

    ທ່ານ ປອ ສົມພອນ ກັນທະວົງ ຮອງຄະນະບໍດີ ຜູ້ຊີ້ນຳວຽກງານ ICT ຂອງຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ກ່າວວ່າ: ໂຄງການ “ແກ່ນພັນແຫ່ງອະນາຄົດ – Seed for the Future” ເປັນໂຄງການທີ່ດີຫຼາຍ ແລະ ເປັນໂຄງການທີ່ເປີດໂອກາດໃຫ້ນັກສຶກສາຈາກຫຼາຍຄະນະວິຊາໃນ ມຊ ເຂົ້າຮ່ວມ ໂດຍມີການສຳມະນາດ້ານນະວັດຕະກຳເຕັກໂນໂລຊີຂອງບໍລິສັດ ຫົວເຫວີຍ ພ້ອມທັງມີການແລກປ່ຽນວັດທະນະທຳລະຫວ່າງສອງຊາດ ລາວ-ຈີນ ທຸກໆປີນັກສຶກສາທີ່ຖືກຄັດເລືອກເຂົ້າຮ່ວມໂຄງການ ໄດ້ມີຄວາມເອົາໃຈໃສ່ ແລະ ຕັ້ງໃຈໃນການຮຽນຮູ້ສິ່ງໃໝ່ໆ ເປັນຕົ້ນດ້ານເຕັກໂນໂລຊີທີ່ທັນສະໄໝ ນະວັດຕະກຳທີ່ມີການພັດທະນາຢ່າງລໍ້າໜ້າ ພ້ອມທັງໄດ້ຮຽນຮູ້ດ້ານພາສາອັງກິດ ແລະ ພາສາຈີນ ໃນການໄປແລກປ່ຽນທັດສະນະສຶກສາທີ່ນະຄອນຫຼວງປັກກິ່ງ ນັກສຶກສາຂອງພວກເຮົາກໍໄດ້ໄປເປີດໂລກະທັດໃໝ່ ໄດ້ເຫັນ ແລະ ສຳຜັດກັບການພັດທະນາດ້ານນະວັດຕະກຳເຕັກໂນໂລຊີຂອງ ສປ ຈີນ ກໍຄືຜະລິດຕະພັນຂອງບໍລິສັດ ຫົວເຫວີຍ ທີ່ຍາມໃດກໍໄດ້ເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າຫາສິ່ງທີ່ລ້ຳໜ້າ ເພື່ອອໍານວຍຄວາມສະດວກໃນການດຳລົງຊີວິດ ແລະ ການປະຕິບັດວຽກງານ ເປັນຕົ້ນເຕັກໂນໂລຊີ 5G ອຸປະກອນຮັບໃຊ້ລະບົບເຄືອຂ່າຍ ການພັດທະນາລະບົບ AI ແລະ ລະບົບ ICT ທີ່ທັນສະໄໝ ພ້ອມນີ້ຍັງໄດ້ຮຽນຮູ້ ຢ້ຽມຊົມແຫຼ່ງທ່ອງທ່ຽວປະຫວັດສາດ ທີ່ສະແດງເຖິງຄວາມເປັນເລີດດ້ານວັດທະນະທຳຂອງ ສປ ຈີນ.

    ພາຍຫຼັງນັກສຶກສາສຳເລັດການແລກປ່ຽນ ເຂົາເຈົ້າກໍໄດ້ນຳຄວາມຮູ້ ແລະ ປະສົບການທີ່ໄດ້ໄປເກັບກ່ຽວ ມາເຜີຍແຜ່ໃຫ້ໝູ່ເພື່ອນຮ່ວມສະຖາບັນໄດ້ຮັບຮູ້ເຖິງນະວັດຕະກໍາຂອງເຕັກໂນໂລຊີທີ່ທັນສະໄໝ ພ້ອມດ້ວຍວັດທະນະທຳອັນສວຍງາມຂອງ ສປ ຈີນ ຜ່ານການຈັດສຳມະນາໃນຫ້ອງປະຊຸມໃຫຍ່ ແລະ ໃນຮູບແບບອອນລາຍ ພາຍຫຼັງສຳເລັດການສຶກສາຢູ່ ມຊ ພວກເຂົາຍັງໄດ້ນໍາໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ເຝິກອົບຮົມ ແລະ ແລກປ່ຽນມາ ເຂົ້າໃນວຽກງານຕົວຈິງ ເປັນຕົ້ນການເຮັດວຽກໃນພາກລັດ ເອກະຊົນ ກໍຄືບໍລິ ສັດຕ່າງໆໃນ ສປປ ລາວ ເຊັ່ນ: ພະແນກໄອທີໃນກະຊວງຕ່າງໆ ບໍລິສັດໂທລະຄົມ ທະນາຄານ ແລະ ຫົວໜ່ວຍອື່ນໆ ເພື່ອປະກອບສ່ວນພັດທະນາສ້າງສາປະເທດຊາດໃຫ້ມີຄວາມສີວິໄລທຽບເທົ່າສາກົນ ໂຄງ ການດັ່ງກ່າວມີຄວາມສຳຄັນ ແລະ ສອດຄ່ອງກັບການຮຽນ-ການສອນໃນຍຸກປັດຈຸບັນ ເຊິ່ງນັກສຶກສາ ສາ ມາດສຶກສາຮໍ່າຮຽນດ້ວຍຫຼາຍຮູບແບບ ຫຼາຍວິທີ ເພື່ອເພີ່ມທັກສະ ແລະ ຄວາມຮູ້ແບບບໍ່ມີຂີດຈຳກັດ.

# ຂ່າວ & ພາບ: ສະບາໄພ

error: Content is protected !!