ໃນລະຫວ່າງວັນທີ 17 – 20 ສິງຫາ 2021 ອົງການກາແດງແຂວງຊຽງຂວາງ ໄດ້ຈັດເຝິກອົມຮົມກ່ຽວກັບການຄຸ້ມຄອງຄວາມສ່ຽງໄພພິບັດ ແລະ ການປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການໃຫ້ພະນັກງານກາແດງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໂດຍມີທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ທ່ານ ໄຊສົມພອນ ທະວີວົງ ຮອງຫົວໜ້າອົງການກາແດງແຂວງຊຽງຂວາງ ພ້ອມດ້ວຍພະນັກງານວິຊາການພະແນກການອອ້ມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ 25 ທ່ານ ຍິງ 7 ທ່ານ.

ການເຝິກອົບຮົມໃນຄັ້ງນີ້ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃນການຮັບມືກັບໄພພິບັດໄດ້ຢ່າງປອດໄພ ມີປະສິດທິພາບ ທັນເຫດການ ນອກຈາກນັ້ນ ນັກສຳມະນາກອນຍັງໄດ້ຮຽນຮູ້ຄວາມໝາຍຄວາມສຳຄັນໃນວຽກງານກາແດງ ການຄຸ້ມຄອງໄພພິບັດ ຄວາມສ່ຽງທີ່ເກີດຈາກໄພພິບັດ ການປະເມີນຄວາມສ່ຽງ ຄວາມຕ້ອງການພາຍຫຼັງເກີດໄພພິບັດ ຄວາມຮູ້ພື້ນຖານໃນການປ້ອງກັນອັກຄີໄພ ແລະ ໃຫ້ຖືເອົາວຽກງານໄພພິບັດເປັນບັນຫາຕົ້ນຕໍ ເພື່ອໃຫ້ມີການກຳນົດແຜນການ ມາດຕະການ ເພື່ອສະກັດກັ້ນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ນອກນັ້ນ ນັກສຳມະນາກອນຍັງໄດ້ຈຳລອງເຫດການໃນການເຝິກຊ້ອມຮັບມືກັບເຫດການທີ່ອາດຈະມີຂຶ້ນໃນຕໍ່ໜ້າ.

ໂອກາດດັ່ງກ່າວ ທ່ານປະທານອົງການກາແດງລາວ ໄດ້ກ່າວເນັ້ນໃຫ້ເຫັນຄວາມສຳຄັນຂອງວຽກງານໄພພິບັດໃນໄລຍະຜ່ານມາ ແຂວງ ຊຽງຂວາງທີ່ພົບກັບບັນຫາໄພພິບັດເກີດຂຶ້ນ ເປັນຕົ້ນແມ່ນ ດິນເຈື່ອນ ນ້ຳຊຸຖັ່ງເລື້ອຍໆ ເຊິ່ງເປັນສິ່ງທີ່ທ້າທາຍ ແລະ ມີຄວາມສຽ່ງຕໍ່ຊິວິດການເປັນຢູ່ຂອງປະຊາຊົນ ສະນັ້ນ ພວກເຮົາຈະຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ເພື່ອກຳນົດເອົາພູມສັນຖານທີ່ເປັນເຂດຄວາມສ່ຽງໄພພິບັດ ເພື່ອບໍ່ໃຫ້ເກີດຜົນກະທົບທີ່ຮ້າຍແຮງຕໍ່ຊີວິດ ສຸຂະພາບ ຊັບສິນຂອງລັດ ແລະ ຂອງປະຊາຊົນ ກໍຄືຊາວແຂວງຊຽງຂວາງ ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ໃນການແກ້ໄຂບັນຫາເພື່ອສ້າງຄວາມເຂັ້ມແຂງໃນວຽກງານດັ່ງກ່າວ.

# ຂ່າວ & ພາບ : ບຸນມີ