ກະຊວງສຶກສາ ຫາລືແຜນການເປີດການຮຽນ-ການສອນຄືນໃໝ່

     ກະຊວງສຶກສາທິການ ແລະ ກີລາ ໄດ້ປືກສາຫາລືແຜນເປີດການຮຽນ-ການສອນຄືນໃໝ່ ໂດຍກຳນົດເອົາ ວັນທີ 11 ພຶດສະພາ 2020 ເປັນມື້ເປີດການຮຽນ-ການສອນຄືນໃໝ່ ແລະ ຈະຈັດຕັ້ງການສອບເສັງໃນໄລຍະເດືອນກໍລະກົດ ເຖິງ ສິງຫາ 2020 ຖ້າຫາກຫຼັງຈາກວັນທີ 3 ພຶດສະພາ 2020 ຜົນປະເມີນການລະບາດຂອງພະຍາດໂຄວິດ-19 ສາມາດຄວບຄຸມໄດ້ ແລະ ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ.

     ອີງຕາມມະຕິກອງປະຊຸມປຶກສາຫາລືກ່ຽວກັບການປະເມີນຄວາມພ້ອມໃນການເປີດຮຽນຄືນໃໝ່ຂອງຂະແໜງ ການສຶກສາ ສະບັບເລກທີ 1198/ຫກ ລົງວັນທີ 23 ເມສາ 2020 ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ເປັນເຈົ້າການໃນການຈັດສັນຄູສອນຈາກໂຮງຮຽນແຫ່ງຕ່າງໆ ແລະ ນັກວິຊາການທີ່ກ່ຽວຂ້ອງ ໃນການຜະລິດວີດີໂອ ແລະ ອັດສຽງວິທະຍຸການສອນສຳລັບຊັ້ນປະຖົມສຶກສາ ເພື່ອສອນຜ່ານໂທລະພາບ ແລະ ລາຍການວິທະຍຸສຶກສາ ເຊິ່ງສາມາດແກ້ໄຂສະຖານະການສຸກເສີນໄດ້ລະດັບໃດໜຶ່ງ ໃນໄລຍະໂຈະການຮຽນ-ການສອນ.

    ບົນພື້ນຖານຜົນສໍາເລັດເບື້ອງຕົ້ນ ຂໍ້ສະດວກ ຫຍຸ້ງຍາກ ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະປະຕິບັດຕົວຈີງ 3 ອາທິດຜ່ານມາ ເຫັນດີໃຫ້ຄະນະຮັບຜິດຊອບ ແລະ ສວສ ສືບຕໍ່ປັບປຸງການຜະລິດລາຍການໂທລະພາບ ແລະ ວິທະຍຸສຶກສາ ເພື່ອໃຫ້ກາຍເປັນຊ່ອງທາງໜຶ່ງໃຫ້ຜູ້ຮຽນໃນທຸກຊັ້ນທຸກສາຍຕໍ່ໜ້າ ພ້ອມກັນນັ້ນ ໃຫ້ສືບຕໍ່ພັດທະນາສອນທາງໂທລະພາບໃຫ້ກາຍເປັນການຮຽນທາງໄກຜ່ານດາວທຽມ ແລະ ສົ່ງເສີມການການຮຽນ-ການສອນທາງອອນລາຍຂອງຄູ ນັກຮຽນ-ນັກສຶກສາເທື່ອລະກ້າວ ເພື່ອປັບປຸງ ແລະ ຫັນປ່ຽນໃໝ່ໃນການຈັດການຮຽນ-ການສອນໃຫ້ທັນຍຸກສະມາດດິຈີຕ໋ອນ ແລະ ເຮັດໃຫ້ລະບົບການສຶກສາ ສາມາດຮອງຮັບສະຖານະການສຸກເສີນໄດ້ໃນອະນາຄົດ.

    ນອກນັ້ນ ການເກັບກໍາຂໍ້ມູນການຮຽນ-ການສອນ ການນໍາໃຊ້ສະຖານການສຶກສາ ແລະ ສະໜາມກິລາທີ່ເປັນບ່ອນຈຳກັດບໍລິເວນ ການກຽມຄວາມພ້ອມໃນການເປີດຮຽນຄືນ ການຄຸ້ມຄອງນັກສຶກສາລາວ ແລະ ຂໍ້ສະເໜີຕ່າງຂອງ 7 ພາກສ່ວນຈາກສູນກາງ ແລະ 15 ພາກສ່ວນຈາກທ້ອງຖິ່ນ ແລະ ການຄົ້ນຄວ້າພິຈາລະນາຂອງຄະນະນໍາກະຊວງ ສສກ ເຫັນດີເປັນເອກະພາບໃນ 3 ຂໍ້ເຊັ່ນ: 

1. ຖ້າຜົນປະເມີນການລະບາດຂອງພະຍາດໂຄວິດ-19 ຫຼັງຈາກວັນທີ 3 ພຶດສະພາ 2020 ສາມາດຄວບຄຸມໄດ້ ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ລັດຖະບານອະນຸມັດໃຫ້ເປີດການຮຽນ-ການສອນຄືນ ສສກ ຈະເປີດການຮຽນແຕ່ການສຶກສາກ່ອນໄວ ສາມັນສຶກສາ ສ້າງຄູ ອະຊີວະ ການສຶກສາຊັ້ນສູງ ການສຶກສາສົງ ທຸລະກິດ ແລະ ກິດຈະກຳກາຍະກຳທຸກຮູບແບບ ລວມທັງສະໜາມກິລາໃນເດີ່ນແຈ້ງ ແລະ ໃນຮົ່ມ ໃນວັນທີ 11 ພຶດສະພາ 2020 ແລະ ຈະດຳເນີນການຮຽນ-ການສອນທົດແທນຈົນຮອດກາງເດືອນກໍລະກົດ ແລະ ຈັດຕັ້ງການສອບເສັງໃນເດືອນກໍລະກົດ ຫາ ສິງຫາ 

2. ຖ້າຫາກລັດຖະບານມີຄຳສັ່ງປິດບາງແຂວງ ສສກ ຈະປຶກສາກັນຄືນໃໝ່ໃນການປະຕິບັດຕົວຈິງ ແລະ 3 ສະເໜີໃຫ້ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແຈ້ງໃຫ້ພາກສ່ວນກ່ຽວຂ້ອງດຳເນີນການພົ່ນຢາຂ້າເຊື້ອສະຖານການສຶກສາທຸກແຫ່ງທີ່ຖືກນໍາໃຊ້ເປັນບ່ອນກັກບໍລິເວນແຮງງານລາວທີ່ມາຈາກຕ່າງປະເທດ ສະໜອງສະບູ ເຈວລ້າງມື ເຮັດບ່ອນລ້າງມື ເຄື່ອງວັດແທກອຸນຫະພູມ ແລະ ຜ້າປິດປາກ-ດັງໃຫ້ແກ່ໂຮງຮຽນ ສຳລັບການສ້ອມແປງສະຖານການສຶກສາ ສະເໜີໃຫ້ເປັນການປະກອບສ່ວນຂອງຜູ້ບໍລິຫານໂຮງຮຽນ ຄູ-ອາຈານ ແລະ ພໍ່ແມ່ປະຊາຊົນ ພ້ອມຄະນະພັດທະນາການສຶກສາທຸກຂັ້ນ.

        ສຳລັບສະຖານການສຶກສາພາກເອກະຊົນ ໃຫ້ຜູ້ປະກອບການຈ່າຍເງິນເດືອນໃຫ້ແກ່ພະນັກງານຄູປົກກະຕິໃນເດືອນເມສາ ຕໍ່າສຸດບໍ່ໃຫ້ຫຼຸດ 50% ຂອງເງິນເດືອນປົກກະຕິ ແລະ ບໍ່ໃຫ້ຫຼຸດຄ່າແຮງງານຂັ້ນຕໍ່າ ແລະ ໃຫ້ຜູ້ປົກຄອງຈ່າຍເງິນຄ່າຮຽນໃຫ້ສະຖານປະກອບການປົກກະຕິໃນເດືອນເມສາ ຕໍ່າສຸດບໍ່ໃຫ້ຫຼຸດ 50% ຂອງຄ່າຮຽນປົກກະຕິ.

# ຂ່າວ & ພາບ: ບຸນມີ

error: Content is protected !!