ກອງປະຊຸມເຜີຍແຜ່ເອກະສານວັນລັດຖະທຳມະນູນ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ແລະ ເຊື່ອມຊຶມມະຕິຂອງພັກ ຈັດຂື້ນວັນທີ 20 ສິງຫາ 2021 ທີ່ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ມີຄະນະພັກ ຄະນະໜ່ວຍພັກ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງ.
ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ເຜີຍແຜ່ກ່ຽວກັບວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ເຊິ່ງທ່ານໄດ້ເລົ່າຄືນຄວາມເປັນມາ ແລະ ຄວາມໝາຍສຳຄັນຂອງລັດຖະທຳມະນູນແຫ່ງ ສປປ ລາວ ວ່າ: ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ ໂດຍມີພັກປະຊາຊົນປະຕິວັດລາວເປັນພັກນຳພາ ທົ່ວພັກ ທົ່ວລັດ ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຂອງການປະຕິວັດໃນໄລຍະໃໝ່ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍສ້າງປະເທດລາວສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ ພັກຈຶ່ງໄດ້ວາງແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ໂດຍມີຫຼັກການ ແລະ ຜ່ານການປະຕິບັດແນວທາງປ່ຽນແປງໃໝ່ດັ່ງກ່າວ ຊີວິດສັງຄົມໄດ້ເລັ່ງທວງໃຫ້ພັກ ແລະ ລັດເຮົາ ຕ້ອງຍົກລະດັບການຄຸ້ມຄອງລັດ ເສດຖະກິດ-ສັງຄົມຂື້ນສູ່ລະດັບໃໝ່ ດ້ວຍການຄຸ້ມຄອງຕາມລັດຖະທຳມະນູນ ແລະ ກົດໝາຍ ຈົນມາເຖິງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວາລະປະຊຸມທີ 14 ສິງຫາ 1991 ຈຶ່ງໄດ້ຮັບຮອງເອົາລັດຖະທຳມະນູນສະບັບທຳອິດແຫ່ງ ສປປ ລາວ ແລະ ຕໍ່ມາປະທານປະເທດແຫ່ງ ສປປ ລາວ ກໍໄດ້ອອກລັດຖະດຳລັດ ສະບັບເລກທີ 55/ປທປທ ລົງວັນທີ 15 ສິງຫາ 1991 ວ່າດ້ວຍການປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບທຳອິດຢ່າງເປັນທາງການ ເຊິ່ງປະກອບມີ 10 ໝວດ 80 ມາດຕາ ຄື: ໝວດທີ I ວ່າດ້ວຍລະບອບການເມືອງ ໝວດທີ II ວ່າດ້ວຍລະບອບເສດຖະກິດ ໝວດທີ III ວ່າດ້ວຍສິດ ແລະ ພັນທະຂອງພົນລະເມືອງລາວ ໝວດທີ IV ວ່າດ້ວຍສະພາແຫ່ງຊາດ ໝວດທີ V ວ່າດ້ວຍສະພາແຫ່ງຊາດ ໝວດທີ VI ວ່າດ້ວຍລັດຖະບານ ໝວດທີ VII ວ່າດ້ວຍການປົກຄອງທ້ອງຖິ່ນ ໝວດທີ VIII ວ່າດ້ວຍອົງການຕຸລາການ ໝວດທີ IX ວ່າດ້ວຍ ພາສາ ອັກສອນ ເຄື່ອງໝາຍຊາດ ທຸງຊາດ ເພງຊາດ ແລະ ນະຄອນຫຼວງ ໝວດທີ X ວ່າດ້ວຍບົດບັນຍັດສຸດທ້າຍ.


ພ້ອມນັ້ນ ທ່ານຍັງຍົກໃຫ້ເຫັນການສັງເກດຕີລາຄາສະພາບການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃນໄລຍະ 30 ປີ ທີ່ຜ່ານມາ ເຊິ່ງມີທັງດ້ານດີ ດ້ານອ່ອນຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ຈາກນັ້ນ ທ່ານ ກໍຍັງໄດ້ເຜີຍແຜ່ມະຕິເລກທີ 206/ກມສພ ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມຶອງ-ແນວຄິດໃນໄລຍະໃໝ່ ເຊິ່ງພັກເຮົາຍາມໃດກໍເຫັນໄດ້ຄວາມສຳຄັນຂອງວຽກງານການເມືອງ-ແນວຄິດ ແລະ ໃນທຸກໆມະຕິຂອງກອງປະຊຸມໃຫຍ່ຂອງພັກ ລ້ວນແຕ່ກໍານົດທິດທາງອັນສໍາຄັນ ແລະ ຊີ້ນໍາຢ່າງໃກ້ຊິດຕໍ່ການເຄື່ອນໄຫວໃນຂົງເຂດການເມືອງ-ແນວຄິດ.

ໃນໂອກາດດັ່ງກ່າວ ຍັງໄດ້ຮັບຟັງການເຜີຍແຜ່ມະຕິເລກທີ 25/ກມສພ ວ່າດ້ວຍເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນະທຳໃນໄລຍະໃໝ່ ແລະ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (01 ກໍລະກົດ 1921-01 ກໍລະກົດ 2021) ຈາກທ່ານ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ ຮອງຫົວໜ້າ ຫສປທ ຕື່ມອີກ.
# ຂ່າວ & ພາບ : ຊິລິການດາ