ໃນວັນທີ 17 ສິງຫາ 2021 ຄະນະຊັບພະຍາກອນນໍ້າ ແລະ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໄດ້ຮ່ວມກັນຈັດພິທີປະຖົມນິເທດກ່ຽວກັບລາງວັນຮອນດາ ສຳລັບວິທະຍາສາດ ແລະ ວິສະວະກອນໜຸ່ມຢູ່ ສປປ ລາວ ໃຫ້ແກ່ນັກສຶກສາທາງອອນລາຍ ຜ່ານ ZOOM ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ເປັນກຽດເຜີຍແຜ່ໂດຍທ່ານ ອຸ່ນຫຼ້າ ສີວັນເພັງ ຄະນະບໍດີຄະນະຊັບພະຍາກອນນໍ້າ ແລະ ທ່ານ ພອນແກ້ວ ຈັນທະມາລີ ຮັກສາການຜູ້ອຳນວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ມີນັກສຶກສາ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ລາງວັນຮອນດາ ສຳລັບວິທະຍາສາດ ແລະ ວິສະວະກອນໜຸ່ມຢູ່ ສປປ ລາວ ເລີ່ມມາແຕ່ປີ 2006 ເພື່ອເຮັດໃຫ້ຄົນຮຸ່ນໜຸ່ມ ຫັນມາເອົາໃຈໃສ່ເຕັກໂນໂລຊີກັບສິ່ງອ້ອມຂ້າງໃຫ້ຫຼາຍຂຶ້ນ ທັງເປັນການເຊື່ອມໂຍງລະຫວ່າງຜູ້ນຳໃນອະນາຄົດຂອງປະເທດຍີ່ປຸ່ນ ແລະ ບັນດາປະເທດອາຊຽນໃນຂົງເຂດວຽກງານວິທະຍາສາດ ເຕັກໂລຊີ ແລະ ອຸດສາຫະກຳ ປີ 2006 ໂຄງການໄດ້ເລີ່ມຂຶ້ນ ແລະ ໄດ້ຮັບຜົນສຳເລັດຢູ່ປະເທດຫວຽດນາມ ປີ 2007 ຢູ່ປະເທດອິນເດຍ ປີ 2008 ຢູ່ ສປປ ລາວ ແລະ ກຳປູເຈຍ ປີ 2014 ຢູ່ເທດມຽນມາ ສຳລັບ ສປປ ລາວ ໂຄງການດັ່ງກ່າວໄດ້ໃຫ້ນັກສຶກສາຂະແໜງວິທະຍາສາດ ແລະ ວິສະວະກຳຂອງມະຫາວິທະຍາໄລແຫ່ງຊາດ ຜູ້ທີ່ມີພອນສະຫວັນ ມີຄວາມຄິດຢາກປະດິດສ້າງສິ່ງໃໝ່ໆ ມີຄຸນສົມບັດດີ ມີຄວາມສາມັກຄີກັບໝູ່ຄູ່ ມັກເຂົ້າຮ່ວມກິດຈະກຳ ມີຜົນການຮຽນດີ ເພື່ອຈະເປັນຜູ້ນຳທາງດ້ານວິທະຍາສາດຂອງລາວໃນອະນາຄົດ ໃນການແຂ່ງຂັນແມ່ນຈະເລືອກເອົາຜູ້ທີ່ໄດ້ຄະແນສູງສຸດ 2 ຄົນ ດັ່ງນັ້ນ ຜູ້ທີ່ຜ່ານການຄັດເລືອກຂອງຄະນະກຳມະການ ຈະໄດ້ຮັບຫຼຽນລາງວັນຊະນະເລີດ ໃບຢັ້ງຢືນ ແລະ ເງິນ 3.000 ໂດລາສະຫະລັດ ແລະ ໄດ້ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນອີກດ້ວຍ.

ສຳລັບເງື່ອນໄຂຜູ້ສະໝັກ ຕ້ອງເປັນສັນຊາດລາວ ອາຍຸຕໍ່າກວ່າ 25 ປີ ແລະ ເປັນນັກສຶກສາຂອງຄະນະວິສະວະກຳສາດ ຄະນະຊັບພະຍາກອນນໍ້າ ແລະ ຄະນະວິທະຍາສາດທຳມະຊາດ ທີ່ກຳລັງສຶກສາຢູ່ປີ 3-4 ເປີດຮັບສະໝັກແຕ່ວັນທີ 19 ສິງຫາ ເຖິງວັນທີ 22 ກັນຍາ 2021 ໂດຍບໍ່ຈຳກັດຈຳນວນຜູ້ເຂົ້າແຂ່ງຂັນ ສາມາດ ຖອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ພະແນກກິດຈະກຳ ເລກໂທລະສັບ 020 55703872 ຫຼື WWW lji.edu.la.

# ຂ່າວ & ພາບ : ອົ່ນ ໄຟສົມທອງ