ປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ຕສ ນວ

    ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກເຕັກໂນໂຊຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ (ຕສ ນວ) ​ຈັດຂຶ້ນວັນທີ 19 ສິງຫາ 2021 ຢູ່ພະແນກດັ່ງກ່າວ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກ ຕສ ນວ ພ້ອມດ້ວຍຄະນະພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກ ຕສ ນວ ເຊິ່ງທ່ານເຈົ້າຄອງ ນວ ຕົກລົງແຕ່ງຕັ້ງທ່ານ ສີທົນ ດາວພະສິດ ແລະ ທ່ານ ມະນໍລິນ ພິລາວົງ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນວ (ຄົນເກົ່າ)​ ເປັນຮອງຫົວໜ້າພະແນກ ຕສ ນວ (ຄົນໃໝ່)​ ແລະ ແຕ່ງຕັ້ງທ່ານ ທະນົງສິດ ເມືອງຈັນ ຮອງຫົວໜ້າພະແນກໄປສະນີ ໂທລະຄົມນາຄົມ ແລະ ການສື່ສານ ນວ ເປັນຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ນວ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານຂົງເຂດເຕັກໂນໂລຊີ ແລະ ການສື່ສານໃຫ້ມີີຜົນສໍາເລັດເປັນກ້າວໆ.

      ໂອກາດນີ້ ທ່ານເຈົ້າຄອງກໍໄດ້ມີຄໍາເຫັນໂອ້ລົມ ແລະ ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການປັບປຸງການຈັດຕັ້ງພະແນກ ຕສ ນວ ຄັ້ງນີ້ ເປັນການປະຕິບັດຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ແລະ ການປັບປຸງກົງຈັກການຈັດຕັ້ງລັດຖະບານໃຫ້ມີຄວາມກະທັດຮັດ ແລະ ມີປະສິດທິຜົນໃນການບໍລິຫານງານ ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ 5 ປີຕໍ່ໜ້າ ພ້ອມນີ້ ຍັງໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຄົ້ນຄວ້າປັບປຸງການຈັດຕັ້ງບາງຂະແໜງການຄືນໃໝ່ໃຫ້ສອດຄ່ອງ  ໂດຍສະເພາະ ການຊັບຊ້ອນພະນັກງານທີ່ຍົກຍ້າຍມາຈາກພະແນກວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນກົງຈັກການຈັດຕັ້ງ ໃຫ້ຖືກຕ້ອງຕາມພາລະບົດບາດທີ່ກຳນົດໄວ້ ເປັນຕົ້ນ ການຊັບຊ້ອນພະນັກງານໃສ່ວຽກງານຕາມຄວາມເໝາະສົມ ໂດຍອີງໃສ່ຄວາມຮູ້ຄວາມສາມາດຕົວຈິງ ສິ່ງສໍາຄັນ ໃຫ້ເອົາໃຈໃສ່ໃນການເຮັດວຽກງານແນວຄິດການເມືອງໃຫ້ອ້າຍນ້ອງພະນັກງານພາຍໃນພະແນກ ແລະ ຜູ້ທີ່ຍົກຍ້າຍເຂົ້າມາໃໝ່ ມີຄວາມເຂົ້າໃຈເປັນເອກະພາບ ເພື່ອຮັບປະກັນໃຫ້ມີຄວາມສະຫງົບ ແລະ ສາມາດເຄື່ອນໄຫວວຽກງານໄດ້ດີ ເປັນເຈົ້າການໃນການຊຸກຍູ້ໃຫ້ບັນດາຂະແໜງການຫັນໄປສູ່ການນຳໃຊ້ເຕັກໂນໂລຊີໃໝ່ ເຂົ້າໃນວຽກງານຂອງຕົນຢ່າງມີປະສິດທິຜົນ ເຊັ່ນ: ການປັບປຸງລະບົບບໍລິຫານລັດຕໍ່ສັງຄົມເປັນເອເລັກໂຕຣນິກ ການນຳໃຊ້ອຸປະກອນໄອຊີທີເຂົ້າໃນການປະຕິບັດວຽກງານຕ່າງໆ ເພື່ອເພີ່ມປະສິດທິຜົນໃນການຄຸ້ມຄອງລັດໃຫ້ມີຜົນສຳເລັດຍິ່ງຂຶ້ນ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!