ຫົວເຫວີຍ ຈະບໍ່ຖິ້ມຕະຫຼາດຕ່າງປະເທດ ລວມເຖິງທຸລະກິດມືຖືຂອງຕົນ

    Global Times ລວມທັງ Xinsheng Shequ ຊຸມຊົນອອນລາຍຂອງຫົວເຫວີຍ ລາຍງານໃນວັນທີ 17 ສິງຫາ 2021 ໃຫ້ຮູ້ວ່າ: ຫົວເຫວີຍຈະບໍ່ຍອມພ່າຍແພ້ ແລະ ບໍ່ຖິ້ມຕະຫຼາດຕ່າງປະເທດ ລວມເຖິງທຸລະກິດມືຖືຂອງຕົນ ແລະ ຈະບໍ່ເປັນບໍລິສັດມີຂອບຈຳກັດສະເພາະຕະຫຼາດຈີນເທົ່ານັ້ນ. 

    ທ່ານ Guo Ping ປະທານບໍລິສັດ ຫົວເຫວີຍ ໝູນວຽນ ກ່າວວ່າ: ນະໂຍບາຍຂອງແຕ່ລະປະເທດ ບໍ່ໄດ້ສົ່ງຜົນກະທົບຕໍ່ສະຖານະໂດຍລວມຂອງຫົວເຫວີຍ ຫົວເຫວີຍຈະຢູ່ລອດຈາກສົງຄາມການຄ້າໂລກ ສົງຄາມການຄ້າ ໄດ້ສ້າງບັນຫາຫຼວງຫຼາຍ ແຕ່ຫົວເຫວີຍສາມາດບຸກບືນ ແລະ ແກ້ໄຂບັນຫາໄດ້ ພວກເຮົາຕ້ອງການລົງທຶນ ແລະ ປະດິດສ້າງຫຼາຍຂຶ້ນ ເພື່ອຮັບມືກັບການລະບາດທີ່ກຳລັງປະເຊີນຢູ່ ຫົວເຫວີຍໄດ້ກໍ່ຕັ້ງ ແລະ ຊ່ວຍເຫຼືອຄູ່ຄ້າໃນຕ່ອງໂສ້ອຸດສາຫະກຳໃນການແກ້ໄຂບັນຫາຄວາມຕໍ່ເນື່ອງຂອງການສະໜອງ ແລະ ຄວາມສາມາດໃນການແຂ່ງຂັນ ຖ້າພະນັກງານທຸກຄົນເຮັດວຽກຢ່າງດຸໝັ່ນ ມີປະສິດທິຜົນ ແລະ ປະສົບຜົນສຳເລັດ ຫົວເຫວີຍກໍຈະດີຂຶ້ນ ແລະ ບັນຫາກໍຈະບໍ່ສາມາດເອົາຊະນະເຮົາໄດ້ ບໍລິສັດພວກເຮົາຍັງຕ້ອງເຮັດວຽກຢ່າງໜັກ ເພື່ອສື່ສານກັບພາກສ່ວນກ່ຽວຂ້ອງ ແລະ ເສີມສ້າງຄວາມໄວ້ວາງໃຈກັບປະເທດເຈົ້າພາບ ປັດຈຸບັນ ບັນຫາທີ່ໃຫຍ່ທີ່ສຸດສຳລັບພວກເຮົາ ຄືທຸລະກິດໂທລະສັບມືຖື ຢ່າງທີ່ເຮົາຮູ້ກັນດີວ່າ ຊິບສໍາລັບໂທລະສັບມືຖືຕ້ອງການເຕັກໂນໂລຊີຂັ້ນສູງ ເນື່ອງຈາກມີຂະໜາດນ້ຊອຍ ແລະ ໃຊ້ພະລັງງານຕໍ່າ ຫົວເຫວີຍສາມາດອອກແບບຊິບຂອງຕົວເອງໄດ້. 

    ທ່ານ Guo Ping ໄດ້ກ່າວຕື່ມວ່າ: ຫົວເຫວີຍຈະບໍ່ຍອມພ່າຍແພ້ ແລະ ບໍ່ຖິ້ມທຸລະກິດໂທລະສັບມືຖືຕາມ ເພາະທຸລະກິດໂທລະສັບມືຖື ເປັນພາກອຸດສາຫະກຳທີ່ໃຫຍ່ເປັນອັນດັບ 3 ຂອງໂລກ ຮອງຈາກອະສັງຫາລິມະຊັບ ແລະ ຍານພາຫະນະໜຶ່ງໃນການພັດທະນາທີ່ສຳຄັນໃນອະນາຄົດຂອງຫົວເຫວີຍ ຄືການຈັດຫາສ່ວນປະກອບຂອງໄອຊີທີ ທີ່ມີມູນຄ່າເພີ່ມໃຫ້ຜູ້ຜະລິດຍານພາຫະນະ ໂທລະສັບມືຖືຫົວເຫວີຍ ມີເຕັກໂນໂລຊີທີ່ເປັນເອກະລັກສະເພາະໂຕຢ່າງຫຼວງຫຼາຍ ພວກເຮົາກໍາລັງຖ້າວັນທີ່ບັນຫາຫຼັກຂອງຜູ້ຜະລິດຊິບຈະໄດ້ຮັບການແກ້ໄຂຢ່າງສົມບູນໃນປະເທດຈີນ ທຸລະກິດໂທລະສັບມືຖືແມ່ນໄດ້ຮັບຜົນກະທົບ ແຕ່ ຫົວເຫວີຍມີຄວາມກ້າວໜ້າຢ່າງຫຼວງຫຼາຍໃນດ້ານຕ່າງໆ ເຊັ່ນ: smart house ອຸປະກອນສະແດງຜົນ ກີລາ ແລະ ສຸຂະພາບ ອຸດສາຫະກຳໄອຊີທີຂອງຫົວເຫວີຍ ຈຳເປັນຕ້ອງສາມາດຕ້ານທານການລະບາດ ແລະ ໃຫ້ບໍລິການຕໍ່ຜູ້ປະກອບການ ແລະ ລູກຄ້າຕໍ່ໄປ ພວກເຮົາໄດ້ຕັດສິນໃຈກໍ່ຕັ້ງທຸລະກິດຄລາວ ແລະ ທຸລະກິດພະລັງງານດີຈີຕອນ ການປະຍຸກໃຊ້ 5G ໃນອຸດສາຫະກໍາຍັງຢູ່ໃນໄລຍະການເລີ່ມຕົ້ນຂອງການພັດທະນາ ແລະ ມາດຕະຖານຂອງ 5G ຍັງຢູ່ໃນຂັ້ນຕອນພັດທະນາຢ່າງຕໍ່ເນື່ອງ ການປົດປ່ອຍທ່າແຮງຂອງ 5G ກໍເປັນໜຶ່ງໃນລໍາດັບຄວາມສຳຄັນຂອງຫົວເຫວີຍ ຄວນນຳໃຊ້ເຕັກໂນໂລຊີ ເພື່ອໃຫ້ເກີດຄຸນຄ່າຢ່າງເຕັມທີ່ ຈຳເປັນຢ່າງຍິ່ງທີ່ຈະຕ້ອງລວມ 5G ເຂົ້າກັບປັນຍາປະດິດ ຄລາວ ແລະ ແອັບພລີເຄຊັ່ນລະດັບອົງກອນ ເພື່ອປົດປ່ອຍທ່າແຮງຂອງ Internet of Everything ແລະ Intelligence of Everything.

# ຂ່າວ & ພາບ :  ສະບາໄພ

error: Content is protected !!