ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ຢູ່ໃນ ສປປ ລາວ ໃນວັນທີ 20 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 19 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 3.317 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 440 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 75 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:ບໍ່ແກ້ວ (ຕົ້ນເຜິ້ງ) 13 ຄົນ ຫຼວງນ້ຳທາ 3 ຄົນ (ມາແຕ່ແຂວງບໍ່ແກ້ວ) ສະຫວັນນະເຂດ 58 ຄົນ ແລະ ເຊກອງ 1 ຄົນ.

ສ່ວນກໍລະນີນໍາເຂົ້າ ມີ 365 ຄົນ ຈາກ ຈຳປາສັກ 114 ຄົນ ນະຄອນຫຼວງ 101 ຄົນ ສະຫວັນນະເຂດ 77 ຄົນ ຄຳມ່ວນ 45 ຄົນ ສາລະວັນ 23 ຄົນ ໄຊຍະບູລີ 4 ຄົນ ແລະ ຫຼວງພະບາງ 1 ຄົນ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ສຳລັບແຂວງສະຫວັນນະເຂດທີ່ຕິດເຊື້ອໃນຊຸມຊົນ 58 ຄົນນັ້ນ ໃນນັ້ນ ເປັນນັກໂທດຢູ່ສະຖານທີ່ຄຸມຂັງເຖິງ 48 ຄົນ ແລະ ກຸ່ມຄົນທົ່ວໄປ 10 ຄົນ ຄື: ພະນັກງານຕຳຫຼວດປະຈຳສູນຈຳກັດບໍລິເວນ 1 ຄົນ ພະນັກງານດ່ານ 2 ຄົນ ຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ 3 ຄົນ ຄົນຂາຍນ້ຳມັນ 1 ຄົນ ພະນັກງານບໍລິສັດຂົນສົ່ງ 1 ຄົນ ສ່ວນອີກ 2 ຄົນ ທີມງານກຳລັງລົງເກັບກຳຂໍ້ມູນລາຍລະອຽດ ຈະແຈ້ງໃຫ້ບັນດາທ່ານຊາບຕື່ມໃນພາຍຫຼັງ.
ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 11.753 ຄົນ ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 2 ຄົນ) ແລະ ກໍາລັງປິ່ນປົວທັງໝົດ 4.604 ຄົນ.

ສຳລັບ ຜູ້ເສຍຊີວິດໃໝ່ 1 ຄົນ ຢູ່ແຂວງສະຫວັນນະເຂດ ເປັນເພດຊາຍ ອາຍຸ 55 ປີ ອາຊີບກຳມະກອນ ບ້ານໂພນຊາຍ ເມືອງໄກສອນ ເຂົ້ານອນປິ່ນປົວຢູ່ໂຮງໝໍໃນວັນທີ 11 ສິງຫາ 2021 ຍ້ອນໄຂ້ໄອ 6 ວັນ ພະຍາດປະຈຳໂຕ ຄວາມດັນເລືອດສູງ ວັນທີ 12 ສິງຫາ 2021 ຜູ້ກ່ຽວຫາຍໃຈຝຶດ ແໜ້ນໜ້າເອິກ ຜົນຈາກການສ່ອງໄຟຟ້າລັງສີປອດ ສະແດງໃຫ້ເຫັນວ່າປອດອັກເສບ ອາການຂອງຜູ້ກ່ຽວໜັກລົງເລື້ອຍໆ ຈົນມາຮອດ ເວລາ 1 ໂມງເຊົ້າຂອງວັນທີ 18 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ສ່ວນຜູ້ເສຍຊີວິດອີກ 1 ຄົນ ແມ່ນຢູ່ແຂວງຄຳມ່ວນ ເປັນເພດຍິງ ອາຍຸ 26 ປີ ອາຊີບ ພະນັກງານເສີບອາຫານ ບ້ານດອນພູຄຳ ເມືອງມະຫາໄຊ ແຂວງຄຳມ່ວນ ເດີນທາງເຂົ້າມາ ສປປ ລາວ ໃນວັນທີ 3 ສິງຫາ 2021 ຜົນກວດພົບເຊື້ອໂຄວິດ-19 ໃນວັນທີ 7 ສິງຫາ 2021 ຜູ້ກ່ຽວມີໄຂ້ ໄອ ຫາຍໃຈຝຶດ ແລະ ກະວົນກະ ວາຍ ຜູ້ກ່ຽວເກີດລູກໄດ້ 5 ວັນ ແລະ ເສຍຊີວິດ ໃນວັນທີ 20 ສິງຫາ 2021 ສ່ວນລູກປອດໄພ.
# ຂ່າວ & ພາບ : ສີພອນ