ວັນທີ 20 ສິງຫາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະ ມົນຕີ ກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍຜ່ານລະບົບທາງໄກຮ່ວມກັບ ທ່ານ ນາງ ອາມິດາ ຊາຊິອາ ອາລີຈາບານາ (Armida Salsiah Alisjahbana) ຮອງເລຂາທິການໃຫຍ່ ສປຊ ທັງເປັນ ເລຂາທິການບໍລິຫານງານ ຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ- ປາຊີຟິກ (UN-ESCAP).

ການພົບປະສົນທະນາໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບ ການຮ່ວມມືລະຫວ່າງ ສປປ ລາວ ແລະ ESCAP ໂດຍສະເພາະແມ່ນ ການກະກຽມໃຫ້ແກ່ ກອງປະຊຸມ ລະດັບສູງເພື່ອທົບທວນຄືນແຜນ ງານອິດສະຕັນບູນ ສຳລັບປະເທດ ດ້ອຍພັດທະນາ ປະຈໍາພາກພື້ນ ອາຊີ-ປາຊີຟິກ (High-Level Regional Review of the Istanbul Programme of Action) ທີ່ຈະຈັດຂຶ້ນໃນລະ ຫວ່າງວັນທີ 30 ສິງຫາ – 2 ກັນຍາ 2021 ທີ່ເຊີແນວ, ປະເທດສະວິດ. ບົນຈິດໃຈດັ່ງກ່າວ, ສປປ ລາວ ກໍເປັນປະເທດໜຶ່ງທີ່ມີຄວາມຄືບ ໜ້າອັນພົ້ນເດັ່ນ ໃນການຈັດຕັ້ງປະ ຕິບັດແຜນດຳເນີນງານອິດສະຕັນ ບູນ ສຳລັບປະເທດດ້ອຍພັດທະນາ ຊຶ່ງສະແດງອອກຈາກຜົນສຳເລັດທີ່ ສປປ ລາວ ສາມາດຜ່ານການ ປະເມີນຮອບວຽນ 3 ປີ ໂດຍ ຄະນະກຳມະການນະໂຍບາຍການພັດທະນາ (CDP) ອົງການ ສປຊ ໃນປີ 2018 ແລະ 2021. ສະນັ້ນ, ESCAP ຈຶ່ງຊຸກຍູ້ ສປປ ລາວ ເຂົ້າຮ່ວມໃນກອງປະຊຸມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃນຂະ ບວນການປຶກສາຫາລື ແຜນດຳ ເນີນງານສຳລັບປະເທດດ້ອຍພັດ ທະນາໃນຕໍ່ໜ້າ.


ພ້ອມກັນນັ້ນ, ການເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ກໍຖືເປັນກາ ລະໂອກາດອັນດີສຳລັບ ສປປ ລາວ ທີ່ຈະສະແດງໃຫ້ສາກົນໄດ້ເຫັນເຖິງ ບັນດາຜົນສຳເລັດ ແລະ ສິ່ງທ້າ ທາຍ ຂອງການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ ຊຶ່ງການເຈລະຈາບັນດາເອກະສານ ແລະ ຜົນຂອງກອງປະຊຸມໃນຄັ້ງນີ້ ຈະປະກອບສ່ວນກະກຽມໃຫ້ແກ່ ກອງປະຊຸມອົງການ ສປຊ ສຳລັບປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນເດືອນ ມັງກອນ 2022 ທີ່ ໂດຮາ ປະ ເທດກາຕ້າ ທີ່ຈະມີການສ້າງແຜນ ດຳເນີນງານ ສຳລັບປະເທດດ້ອຍ ພັດທະນາ ສະບັບໃໝ່ຂຶ້ນ.

ຂ່າວ-ພາບ: ກະຊວງການຕ່າງປະເທດ