ທົ່ວປະເທດມີກໍລະນີໄຂ້ຍຸງລາຍສະສົມຫຼາຍກວ່າ 900 ກໍລະນີ ເສຍຊີວິດ 1​

     ອີງຕາມການລາຍງານຂອງກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ໃນວັນທີ 27 ເມສາ 2020 ວ່າ: ນັບແຕ່ວັນທີ 28 ທັນວາ 2019 ຫາ 24 ເມສາ 2020 ທົ່ວປະເທດໄດ້ມີກໍລະນີສະສົມພະຍາດໄຂ້ຍຸງລາຍທັງໝົດ 904 ກໍລະນີ ແລະ ເສຍຊີວິດ 1 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 283 ກໍລະນີ ເສຍຊີດ 1 ຄົນ ອັດຕະປື 153 ກໍລະນີ ວຽງຈັນ 105 ກໍລະນີ ສາລະວັນ 62 ກໍລະນີ ຄຳມ່ວນ 62 ກໍລະນີ ບໍລິຄຳໄຊ 55 ກໍລະນີ ສະຫວັນນະເຂດ 48 ກໍລະນີ ໄຊຍະບູລີ 37 ກໍລະນີ ເຊກອງ 27 ກໍລະນີ ຫຼວງນໍ້າທາ 37 ກໍລະນີ ອຸດົມໄຊ 21 ກໍລະນີ ຈຳປາສັກ 6 ກໍລະນີ ຜົ້ງສາລີ 5 ກໍລະນີ ຫຼວງພະບາງ 3 ກໍລະນີ ຊຽງຂວາງ ໄຊສົມບູນ ບໍ່ແກ້ວ ຫົວພັນ ຍັງບໍ່ມີກໍລະນີ. 

    ເພື່ອເປັນການປ້ອງກັນການແຜ່ລະບາດແຕ່ຫົວທີ ແລະ ຕັດວົງຈອນໜອນນໍ້າຍຸງລາຍ ທຸກຄົນຄວນຮ່ວມມືກັນຈັດຕັ້ງປະຕິບັດຫຼັກການ 5 ປ ເປັນປະຈຳທຸກໆອາທິດ ໂດຍສະເພາະໄລຍະນີ້ ເປັນໄລຍະທີ່ທຸກຄົນແມ່ນຢູ່ໃນໄລຍະພ້ອມກັນຢູ່ເຮືອນເພື່ອຕ້ານການແຜ່ລະບາດຂອງພະຍາດ Covid-19 ສະນັ້ນ ຈຶ່ງຂໍໃຫ້ທຸກຄົນຖືເອົາໄລຍະທີ່ຢູ່ບ້ານເຮືອນເຮັດຄວາມສະອາດເຮືອນຊານ ແລະ ເກັບມ້ຽນພາຊະນະຕ່າງໆທີ່ສຸ່ມສ່ຽງກໍ່ໃຫ້ຍຸງມາໄຂ່ໃສ່ ເພື່ອຕັດວົງຈອນໜອນນໍ້າຍຸງລາຍ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!