ອີງຕາມການຖະແຫຼງຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 19 ສິງຫາ 2021 ໃຫ້ຮູ້ວ່າ ອົງການອະນາໄມໂລກໄດ້ປະກາດວ່າ ປັດຈຸບັນກຳລັງທົດລອງຢາ 3 ໂຕ ປະກອບມີ artesunate imatinib ແລະ infliximab ເຊິ່ງໄດ້ທົດລອງນຳໃຊ້ໃນຄົນເຈັບທີ່ກຳລັງນອນປິ່ນປົວຢູ່ໂຮງໝໍ ເພື່ອຫຼຸດຜ່ອນຄວາມສ່ຽງໃນການເສຍຊີວິດ ເຊິ່ງທັງ 3 ຕົວຢາ ໄດ້ຖືກນຳໃຊ້ເຂົ້າໃນການປິ່ນປົວຜ່ານມາ ເປັນຕົ້ນ ຢາ artesunate ໃຊ້ສຳລັບປິ່ນປົວພະຍາດໄຂ້ມາລາເຣຍທີ່ຮຸນແຮງ ຢາ imatinib ປິ່ນປົວມະເຮັງບາງຊະນິດ ແລະ ຢາ infliximab ປິ່ນປົວພະຍາດພູ້ມຄຸ້ມກັນ ເຊັ່ນ ພະຍາດປະດົງ ການທົດລອງ 3 ຢານີ້ ຖືວ່າເປັນຂ່າວດີຂອງໂລກ ເຊິ່ງຜົນຂອງການສຶກສາຄົ້ນຄວ້າ ຈະລາຍງານໃຫ້ບັນດາທ່ານຊາບໃນພາຍຫຼັງ.

ສຳລັບ ສປປ ລາວ ກະຊວງສາທາລະນະສຸກກໍໄດ້ເຮັດການສຶກສາຄົ້ນຄວ້າໃນການນຳໃຊ້ພືດເປັນຢາ ເພື່ອສົມທົບເຂົ້າໃນການປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ເຊິ່ງມີ 3 ຊະນິດ ຄື ຕົ້ນລາຊາບີ ຜັກຄາວທອງ ແລະ ຫົວກະຊາຍຂາວ ຜົນຂອງການສຶກສາຄົ້ນຄວ້າ ເຫັນວ່າມີຫຼັກຖານສອດຄ່ອງກັນໃນການປ້ອງກັນ ປິ່ນປົວ ແລະ ຢຸດຢັ້ງເຊື້ອພະຍາດໄວຣັສໄດ້ດີພໍສົມຄວນ ແຕ່ເຖິງຢ່າງໃດກໍຕາມ ຂໍໃຫ້ບັນດາທ່ານອ່ານ ແລະ ສຶກສາຄຳແນະນຳຢ່າງລະອຽດ ຫຼືສອບຖາມນຳຜູ້ຊ່ຽວຊານຕື່ມ ເພື່ອນຳໃຊ້ຢາດ່ັງກ່າວໃຫ້ຖືກຕ້ອງ ສົມເຫດສົມຜົນ ແລະ ປາສະຈາກຜົນຂ້າງຄຽງໜ້ອຍທີ່ສຸດ..
ຂ່າວ-ພາບ : ອົ່ນ ໄຟສົມທອງ