ທະນາຄານເພື່ອການລົງທຶນ ແລະ ການຄ້າ ຫຼື ທະນາຄານ BIC ໄດ້ມີການເປີດໂຕໜ່ວຍບໍລິການໃໝ່ ທີ່ມາພ້ອມກັບແນວຄວາມຄິດທີ່ວ່າ ໃຫ້ລູກຄ້າໄດ້ສຳຜັດກັບການດື່ມໄປກັບຮ້ານກາເຟທີ່ມີໄລສະຕາຍ ຄວບຄູ່ໄປກັບການເຮັດທຸລະກຳ-ບໍລິການຂອງທະນາຄານ ໃນວັນທີ 19 ສິງຫາ ປີ 2021 ຢູ່ຕຶກສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວ ທ່ານ ລັດຕະນະມະນີ ຄູນນິວົງ ຮອງປະທານອາວຸໂສ ກຸ່ມບໍລິສັດ AIF ທ່ານ ລິມ ໄວ ຮຸງ ຮອງປະທານ ກຸ່ມບໍລິສັດ AIF ແລະ ທັງເປັນຜູ້ອຳນວຍການໃຫຍ່ທະນາຄານ BIC ລາວ ຈຳກັດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ນອກຈາກມີໜ່ວຍບໍລິການດັ່ງກ່າວ ກໍຍັງມີໜ່ວຍບໍລິການແຂວງຫຼວງພະບາງ ທີ່ໄດ້ເປີດໃນເດືອນມີນາ 2020 ແລະ ໜ່ວຍບໍລິການແຂວງສະຫວັນນະເຂດ ທີ່ໄດ້ເປີດໃຫ້ບໍລິການໃນເດືອນກໍລະກົດ 2019 ນອກນີ້ ທະນາຄານ BIC ມີສາຂາໄວ້ບໍລິການແບບຄົບວົງຈອນຢູ່ທີ່ນະຄອນປາກເຊ ແຂວງຈຳປາສັກ ເມືອງໄຊເສດຖາ ແລະ ສຳນັກງານໃຫຍ່ທີ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ສໍາລັບໜ່ວຍບໍລິການປະຈຳ ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ຖືກອອກແບບມາໃຫ້ມີຄວາມແປກໃໝ່ ພ້ອມກັບການມາຂອງ “ຮ້ານກາເຟ BIC ໂດຍ ມານີ ຄາເຟ່” ເປັນຄາເຟ່ທີ່ປະສົມປະສານລະຫວ່າງວິຖີຊີວິດຂອງການທະນາຄານ ເພື່ອໃຫ້ສອດຄ່ອງກັບຈຸດປະສົງໃນການບໍລິການລູກຄ້າ ໃຫ້ລູກຄ້າໄດ້ຮັບປະສົບການໃໝ່ໃນຂະນະທີ່ກຳລັງເຮັດທຸລະກຳທາງການເງິນ ແລະ ມີເວລາເພິດເພີນໃຫ້ຕົນເອງ ເຊັ່ນ: ມ່ວນຊື່ນກັບການດື່ມກາເຟ ຫຼື ພັກຜ່ອນຢ່ອນອາລົມ ເຫັນໄດ້ຢ່າງຊັດເຈນວ່າ ແຮງບັນດານໃຈດັ່ງກ່າວ ແມ່ນສອດຄ່ອງກັບຄວາມຕ້ອງການຂອງລູກຄ້າທຸກທ່ານທີ່ກຳລັງຊອກຫາປະສົບການໃໝ່ໃນດ້ານການບໍລິການທະນາຄານ ການປັບປຸງບັນດາສາຂາ ຫຼືໜ່ວຍບໍລິການ ແມ່ນໄດ້ເກີດຂຶ້ນຢູ່ຕະຫຼອດເວລາ ແລະ ພວກເຮົາໄດ້ຄຳນຶງ ແລະ ຄິດຄົ້ນຢູ່ສະເໝີ ໃນການພັດທະນາໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນວ່າ ປະສົບການຂອງລູກຄ້າແມ່ນໄດ້ຮັບການຍົກລະດັບຂຶ້ນໄປສູ່ລະດັບໃໝ່ທີ່ເໜືອກວ່າ.

ຂ່າວ-ພາບ : ສີພອນ