ໂຮງໝໍກະເສມຣາດ ອິນເຕີເນຊັນແນວວຽງຈັນ ເປີດໃຫ້ບໍລິການເປັນທາງການ

    ໂຮງໝໍກະເສມຣາດ ອິນເຕີເນຊັນແນວວຽງຈັນ ເປີດໃຫ້ບໍລິການເປັນທາງການ ວັນທີ 19 ສິງຫາ 2021 ຢູ່ໂຮງໝໍດັ່ງກ່າວ (ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ) ໂດຍມີທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາລັດຖະມົນຕີ ຮອງລັດຖະ ມົນຕີ ທ່ານເອກອັກຄະຣາຊະທູດຣາຊະອານາຈັກໄທ ປະຈໍາ ສປປ ລາວ ທ່ານ ສຈ ດຣ ສະເຫຼີມ ຫານພານິດ ປະທານກໍາມະການບໍລິສັດ ບາງກອກເຊນ ຮັອສປີໂຕ ຈໍາກັດ ປະທານບໍລິສັດ ບາງກອກເຊນ ອິນເຕີເນຊັນແນວ (ລາວ) ຈໍາກັດ ທ່ານ ປອ ນາງ ວາລີ ເວດສະພົງ ປະທານບໍລິສັດ ບາງກອກເຊນ ອິນເຕີເນຊັນແນວ (ລາວ) ຈໍາກັດ ຜູ້ຖືຮຸ້ນຝ່າຍລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ.          

    ໂຮງໝໍກະເສມຣາດ ອິນເຕີເນຊັນແນວວຽງຈັນ ເລີ່ມກໍ່ສ້າງວັນທີ 25 ພຶດສະພາ 2018 ໂດຍວິສະ ວະກອນໄທ ແລະ ລາວ ການອອກແບບຕົບແຕ່ງພາຍໃນຂອງໂຮງໝໍດັ່ງກ່າວແມ່ນເພື່ອຕອບຮັບແນວຄິດໃນການເປັນສູນສຸຂະພາບລະດັບມາດຕະຖານສາກົນ ໂດຍມີການນໍາໃຊ້ອຸປະກອນ ເຄື່ອງມືທີ່ໄດ້ມາດຕະ ຖານ ແລະ ເປັນທີ່ຍອມຮັບລະດັບສາກົນ ໂຮງໝໍກະເສມຣາດ ອິນເຕີເນຊັນແນວວຽງຈັນ ເກີດຂຶ້ນຈາກການຮ່ວມທຶນລະຫວ່າງບໍລິສັດ ບາງກອກເຊນ ຮັອສປີໂຕ ພລັບລິກ ຈໍາກັດ ແລະ ບໍລິສັດ ວີເອັສພີ ດ້ວຍທຶນຈົດທະບຽນ 120 ຕື້ກີບ ໂດຍມີທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ພື້ນທີ່ການກໍ່ສ້າງຫຼາຍກວ່າ 3 ເຮັກຕາ ປັດຈຸບັນໄດ້ກໍ່ສ້າງສໍາເລັດ ແລະ ພ້ອມໃຫ້ບໍລິການປະຊາຊົນ ພ້ອມທັງມີຄວາມພ້ອມໂດຍພື້ນຖານດ້ານບຸກຄະລາກອນການແພດ ການປິ່ນປົວຄົບທຸກຢ່າງ ເປັນຕົ້ນພະແນກເດັກນ້ອຍ ພະແນກປະສູດຍິງພະຍາດຍິງ ພະແນກສຸກເສີນ ພະແນກຜ່າຕັດ ກາຍະບໍາບັດ ສູນຟອກໝາກໄຂ່ຫຼັງ ແລະ ອື່ນໆ ປະກອບມີ 254 ຕຽງ ລວມທັງຕຽງໄອຊີຢູ.

    ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານລາວ ກໍຄືກະຊວງສາທາລະນະສຸກຢ່າງໃກ້ຊິດ ເຮັດໃຫ້ໂຮງໝໍກະເສມຣາດ ອິນເຕີເນຊັນແນວວຽງຈັນ ສ້າງສໍາເລັດສົມບູນຕາມເປົ້າໝາຍທີ່ວາງໄວ້ ການສ້າງ ຕັ້ງໂຮງໝໍດັ່ງກ່າວ ແມ່ນບາດກ້າວທີ່ສໍາຄັນໃນການຍົກລະດັບຄຸນນະພາບ ມາດຕະຖານດ້ານສາທາລະ ນະສຸກຂອງ ສປປ ລາວ ໃຫ້ເຂົ້າໃກ້ ແລະ ທຽບທັນກັບສາກົນ ການບໍລິການທີ່ດີເລີດໃຫ້ປະຊາຊົນລາວ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດ ເນື່ອງຈາກໂຮງໝໍແຫ່ງນີມີຄວາມພ້ອມດ້ານອຸປະ ກອນການແພດ ບຸກຄະລາກອນແພດທີ່ມີປະສົບການ ເຄື່ອງມືທີ່ທັນສະໄໝ ເພື່ອໃຫ້ປະຊາຊົນລາວໄດ້ຮັບການດູແລເປັນຢ່າງດີ ແຕ່ໃນລາຄາທີ່ສົມເຫດສົມຜົນ ນອກນີ້ຍັງມີການບໍລິການ ແລະ ປິ່ນປົວຢ່າງມີປະສິດ ທິຜົນ ປະສົບການທີ່ເຊື່ອຖືໄດ້ຈາກເຄືອຂ່າຍໂຮງໝໍກະເສມຣາດທີ່ໃຫ້ບໍລິການຫຼາຍກວ່າ 40 ປີ ທີ່ພ້ອມຈະແບ່ງປັນປະສົບການ ສະໜັບສະໜູດ້ານສາທາລະນະສຸກ ພັດທະນາບຸກຄະລາກອນການແພດລາວ ໃຫ້ທຶນການສຶກສາໃຫ້ນັກສຶກສາແພດລາວ ໄປສຶກສາຕໍ່ຢູ່ຣາຊະອານາຈັກໄທ ເພື່ອນໍາເອົາຄວາມຮູ້ປະສົບການມາພັດທະນາວົງການແພດລາວໃນອະນາຄົດ ໂຮງໝໍກະເສມຣາດ ອິນເຕີເນຊັນແນວວຽງຈັນ ມີຄວາມພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການສົ່ງເສີມໃຫ້ປະຊາຊົນລາວມີວຽກເຮັດງານທໍາທີ່ໝັ້ນຄົງໃນສາຂາສາທາລະນະສຸກ ເປັນຕົ້ນແພດ ທ່ານໝໍ ພະຍາບານ ແລະ ພະນັກງານທົ່ວໄປ ລວມເຖິງບໍລິສັດຄູ່ຮ່ວມທຸລະກິດຂອງໂຮງໝໍກະເສມຣາດ ຕື່ມອີກ.

(ສະບາໄພ 19/8/2021) 

error: Content is protected !!