ປະທານສະພາແຫ່ງຊາດລາວ ແລະ ກໍາປູເຈຍ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັນ

    ວັນທີ 19 ສິງຫາ 2021 ພະນະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພົບປະທາງໄກກັບສົມເດັດ ອັກຄະມະຫາໂປເຢຍ ຈັກກຼີ ເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງລາຊະອານາຈັກກໍາປູເຈຍ.

    ການພົບປະຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີທີ່ອົບອຸ່ນ ແລະ ມີຄວາມໝາຍ ຄວາມສໍາຄັນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ການພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງລາວ-ກໍາປູເຈຍ ກໍຄືລະຫວ່າງສອງອົງການນິຕິບັດຍັດຂອງສອງປະເທດ.

    ສອງຝ່າຍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍເຊິ່ງກັນ ແລະ ກັນ ທີ່ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດກຳປູເຈຍ ແລະ ປະທານສະພາແຫ່ງຊາດໃນໄລຍະທີ່ຜ່ານມາ ພ້ອມທັງແຈ້ງໃຫ້ກັນຊາບ ສະພາບການພົ້ນເດັ່ນຂອງແຕ່ລະປະເທດ ເປັນຕົ້ນ ສະພາບການທາງດ້ານການພັດທະນາເສດຖະກິດ-ສັງຄົມ ການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ລາຊະອານາຈັກກໍາປູເຈຍໃນປັດຈຸບັນ ຮ່ວມກັນຕີລາຄາຄືນ ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກໍາປູເຈຍ ເຊິ່ງປີນີ້ ເປັນປີຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລາວ-ກໍາປູເຈຍ ການຈັດຕັ້ງປະຕິບັດບັນດາເອກະສານ ແລະ ຂໍ້ຕົກລົງຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ລວມທັງຜົນການຕົກລົງຮ່ວມກັນລະຫວ່າງສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໃນໄລຍະຜ່ານມາ ໃຫ້ເປັນຮູບປະທຳ ໃຫ້ມີການສຶບຕໍ່ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ຈົນຮອດຂັ້ນວິຊາການ ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນຢ່າງເປັນປົກກະຕິ.

    ໃນໂອກາດນີ້ ສອງປະທານສະພາແຫ່ງຊາດລາວ ແລະ ກຳປູເຈຍ ກໍໄດ້ຮ່ວມກັນທົບທວນຄືນ ການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃນໄລຍະຜ່ານມາ ໂດຍໄດ້ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງສອງສະພາແຫ່ງຊາດລາວ ແລະ ກຳປູເຈຍ ເຊິ່ງສະແດງອອກມີການແລກປ່ຽນຢ້ຽມຢາມລະຫວ່າງສະພາປະຊາຊົນຂັ້ນແຂວງ ທີ່ມີຊາຍແດນຕິດຈອດນຳກັນ ມີການຈັດສຳມະນາເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດ ມີການແລກປ່ຽນຂໍ້ມູນຂ່າວສານ ແລກປ່ຽນສານຊົມເຊີຍໃນໂອກາດວັນສຳຄັນຂອງຊາດ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ກໍໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີການສະໜັບສະໜູນ ແລະ ຮ່ວມມືກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ໃນຕໍ່ໜ້າ ສອງຝ່າຍເຫັນດີສຶບຕໍ່ເພີ່ມທະວີການພົວພັນຮ່ວມມືນຳກັນ ໂດຍມີການສຶບຕໍ່ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທີ່ທັງສອງອົງການນິຕິບັນຍັດໄດ້ລົງນາມຮ່ວມກັນໃນປີ 2019 ໃຫ້ໄດ້ຮັບໝາກຮັບຜົນຕົວຈິງ ແນໃສ່ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດລາວ ແລະ ກຳປູເຈຍ.   

# ຂ່າວ & ພາບ :  ຊິລິການດາ

error: Content is protected !!