ວັນທີ 19 ສິງຫາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ອົງການກວດກາລັດ ນວ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ໃນ 5 ປີຜ່ານມາ (2016-2020) ແລະ ພິທີມອບໂອນວຽກທີ່ຍັງຄ້າງໃຫ້ຂະແໜງການທີ່ກ່ຽວຂ້ອງສືບຕໍ່ຈັດຕັ້ງປະຕິບັດ ເປັນປະທານຂອງທ່ານ ວິລະສັກ ນາມມຸນຕີ ປະທານອົງການກວດກາລັດ ນວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານອົງການກວດກາແຫ່ງລັດ ບັນດາເຈົ້າເມືອງ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ແລະ ປະທານອົງການກວດກາລັດເມືອງ ອ້ອມຂ້າງ ນວ ເຂົ້າຮ່ວມ.


ທ່ານ ບຸນສີ ກອງບຸດ ຮອງປະທານອົງການກວດກາລັດ ນວ ໄດ້ຂຶ້ນຜ່ານບົດສະຫຼຸບໃນ 5 ປີຜ່ານມາ (2016-2020) ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດການຄຸ້ມຄອງ ການກວດກາຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ຢູ່ ນວ ຄະນະສະເພາະກິດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຊິ່ງມັນສະແດງອອກ ໄດ້ນຳເອົາຄຳສັ່ງດັ່ງກ່າວ ແລະ ບັນດາກົດໝາຍທີ່ກ່ຽວຂ້ອງ ລົງໄປເຜີຍແຜ່ໃຫ້ບັນດາອົງການປົກຄອງເມືອງ ບ້ານ ຫົວໜ່ວຍທຸລະກິດ ຜູ້ປະກອບການທີ່ດຳເນີນທຸລະກິດທີ່ກ່ຽວກັບໄມ້ ແລະ ປະຊາຊົນ ເພື່ອຮັບຮູ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດໄດ້ 125 ຄັ້ງ ມີຜູ້ເຂົ້າຮ່ວມ 29.504 ເທື່ອຄົນ ອັນທີ່ສໍາຄັນ ພາຍຫຼັງມີຄໍາສັ່ງເລກທີ 15/ນຍ ຫາປີ 2020 ນວ ບໍ່ໄດ້ຮັບໂກຕາສໍາລັບໄມ້ທ່ອນ ມີແຕ່ໄດ້ຮັບໂກຕາໄມ້ຟືນ 34.570 ຫຼາ ປະຕິບັດໄດ້ 34.922 ຫຼາ (ຕັດເກີນໂກຕາ) ໄມ້ປ່ອງ 8.958.000 ລໍາ ປະຕິບັດໄດ້ 5.786.800 ລໍາ ປະຕິບັດພັນທະໃຫ້ລັດ 1,36 ຕື້ກີບ ໄມ້ຕັດອອກຈາກເນື້ອທີ່ບຸກເບີກເຮັດການຜະລິດ 281 ທ່ອນ ບໍລິມາດ 150,78 ແມັດກ້ອນ (ຊະນິດໄມ້ຄຸ້ມຄອງ) ຄະນະກຳມະການ ນວ ໄດ້ກວດພົບເຫັນການລັກລອບຕັດໄມ້ ແລະ ເຄື່ອນຍ້າຍໄມ້ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ຢຶດໄມ້ຜິດກົດໝາຍທັງໝົດ 959,37 ແມັດກ້ອນ ໃນນີ້ ປະເພດໄມ້ຫວງຫ້າມ 96,67 ແມັດກ້ອນ ໄມ້ຄຸ້ມຄອງ 862,69 ແມັດກ້ອນ ກວດພົບເຫັນບຸກຄົນທີ່ມີການພົວພັນກັບການລັກລອບຕັດໄມ້ການເຄື່ອນຍ້າຍໄມ້ທີ່ຜິດລະບຽບກົດໝາຍ ແລະ ດຳເນີນຄະດີ 42 ກໍລະນີ ມີການພົວພັນກັບປະຊາຊົນ 37 ກໍລະນີ ພະນັກງານລັດ 3 ກໍລະນີ ນັກທຸລະກິດ 2 ກໍລະນີ (ໃນນີ້ສຶກສາອົບຮົມພ້ອມທັງປັບໃໝ 19 ກໍລະນີ ຢູ່ນຳໄອຍະການ 3 ກໍລະນີ ສານຕັດສິນແລ້ວ 5 ກໍລະນີ ແລະ ຍັງບໍ່ທັນໄດ້ຕັດສິນ 1 ກໍລະນີ) ຢຶດອຸປະກອນ ແລະ ພາຫະນະ ເປັນຕົ້ນຈັກຕັດໄມ້ 12 ເຄື່ອງ ລັດຈັກ 2 ຄັນ ລົດໄຖນາເດີນຕາມ 9 ຄັນ ລົດບັນທຸກ 8 ຄັນ ລົດກະບະ 2 ຄັນມາເປັນຂອງກາງເພື່ອດຳເນີນຄະດີ ລົງກວດກາດັດສົມໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີໄມ້ 162 ແຫ່ງ ໃນນີ້ໃຫ້ສືບຕໍ່ດຳເນີນກິດຈະການ 107 ໂຮງງານ ໃຫ້ປັບປຸງຄືນ 4 ໂຮງງານ ໃຫ້ຍົກຍ້າຍ 16 ໂຮງງານ ແລະ ໃຫ້ຢຸດເຊົາຖາວອນ 35 ແຫ່ງ ປັດຈຸບັນຍັງເຫຼືອ 127 ແຫ່ງ ຮື້ຖອນເຟີນີເຈີຂະໜາດນ້ອຍແບບຄອບຄົວທີ່ບໍ່ມີໃບອະນຸຍາດ 29 ຫົວໜ່ວຍ ໂຕະຊອຍໄມ້ 61 ຫົວໜ່ວຍ ອາຍັດເຄື່ອງຈັກ ແລະ ອຸປະກອນ 49 ອັນ ໄດ້ປັບໃໝຕໍ່ຜູ້ລະເມີດນັບແຕ່ມີຄຳສັ່ງເລກທີ 15/ນຍ ຮອດປີ 2020 ມູນຄ່າ 1,41 ຕື້ກີບ ໂດຍມອບເຂົ້າພະແນກ ແລະ ເມືອງກ່ຽວຂ້ອງ.
ຕອນທ້າຍ ຍັງໄດ້ມີພິທີເຊັນມອບໂອນວຽກງານດັ່ງກ່າວ ຈາກທີ່ຜ່ານມາແມ່ນອົງການກວດກາລັດ ນວ ເປັນຜູ້ຮັບຜິດຊອບ ແລະ ຕໍ່ໄປ ມອບໃຫ້ 3 ພາກສ່ວນເປັນຜູ້ຮັບຜິດຊອບຄື: ພະແນກອຸດສາຫະກຳ ແລະ ການຄ້າ ພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກການເງິນ ນວ ເປັນຜູ້ຈັດຕັ້ງປະຕິບັດຕໍ່ໄປ ສ່ວນອົງການກວດກາລັດ ນວ ຈະເປັນຜູ້ກວດກາສາມພາກສ່ວນດັ່ງກ່າວ.
# ຂ່າວ & ພາບ : ສົມສະຫວັນ