ວັນທີ 13 ສິງຫາ 2021 ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີປະດັບຫຼຽນໄຊພິລະອາດຫານ ຊັ້ນ I ແລະ ຫຼຽນໄຊພັດທະນາ ຊັ້ນ II ໃຫ້ທ່ານ ເອກະພັນ ພະພິທັກ ປະທານບໍລິສັດ ສີເມືອງ ກຣຸບ ຕາງໜ້າລັດຖະບານລາວ ໃຫ້ກຽດປະດັບໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ມີຄະນະນໍາກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການທີ່ລັດຖະບານລາວປະດັບຫຼຽນສອງຫຼຽນໃຫ້ທ່ານປະທານບໍລິສັດ ສີເມືອງ ກຣຸບ ເນື່ອງຈາກບໍລິສັດ ສີເມືອງ ກຣຸບ ໄດ້ເຄື່ອນໄຫວດໍາເດີນທຸລະກິດປະສົບຜົນສໍາເລັດ ແລະ ໄດ້ໃຫ້ການປະກອບສ່ວນສ້າງສາພັດທະນາປະເທດຊາດຢ່າງຕັ້ງໜ້າຕະຫຼອດມາ ເປັນຕົ້ນ ໄດ້ປະກອບສ່ວນຊຸກຍູ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019) ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ.

ໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມດໍາຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃຫ້ປາກົດຜົນເປັນຈິງຢ່າງເປັນຂະບວນຝົດຟື້ນ ປະເທດຊາດໄດ້ຮັບການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນເປັນກ້າວໆ ໜຶ່ງໃນນັ້ນ ກໍແມ່ນການປັບປຸງກໍ່ສ້າງກຳລັງປະກອບອາວຸດ ກໍຄືກໍ່ສ້າງກອງທັບໃຫ້ເປັນກອງທັບທີ່ມີແບບແຜນທັນສະໄໝເທື່ອລະກ້າວ ກາຍເປັນກໍາລັງທີ່ແຂງແກ່ນ ເປັນກຳລັງທີ່ຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ເຊິ່ງສະແດງອອກໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.
ການປະດັບຫຼຽນໄຊພິລະອາດຫານ ຊັ້ນ I ແລະ ຫຼຽນໄຊພັດທະນາ ຊັ້ນ II ໃຫ້ທ່ານ ເອກະພັນ ພະພິທັກ ຄັ້ງນີ້ ກໍເພື່ອເປັນການຍ້ອງຍໍສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງບໍລິສັດ ສີເມືອງ ກຣຸບ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖໍາໃຫ້ກະຊວງປ້ອງກັນປະເທດຕະຫຼອດມາ ໂດຍສະເພາະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີທີ່ຜ່ານມາ ເຊິ່ງຜົນງານດັ່ງກ່າວ ເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສີວິໄລເປັນກ້າວໆຢ່າງບໍ່ຢຸດຢັ້ງ.
# ຂ່າວ & ພາບ : ສົມສະຫວັນ