ກອງປະຊຸມເຜີຍແຜ່ ເຊື່ອມຊຶມຄໍາສັ່ງ ບົດແນະນໍາ ແລະ ປາຖະກະຖາວັນລັດຖະທໍາມະນູນແຫ່ງຊາດ ຈັດຂຶ້ນວັນທີ 18 ສິງຫາ 2021 ຢູ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ທອງຈັນ ມະນີໄຊ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພາຍໃນ ມີບັນດາສະຫາຍຄະນະປະຈໍາພັກກະຊວງ ສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.

ສະຫາຍ ທອງຈັນ ມະນີໄຊ ໄດ້ໃຫ້ກຽດເຜີຍແຜ່ຄໍາສັ່ງວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມທຸກຍາ ດ້ານເສດຖະກິດ-ການເງິນ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນວ່າ ໃນຊຸມປີຜ່ານມາ ພັກ-ລັດເຮົາ ຍາມໃດກໍມີຄວາມພະຍາຍາມ ແລະ ຍົກສູງຄວາມຮັບຜິດຊອບ ນໍາພາຊີ້ນໍາ ຕໍ່ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຢ່າງເປັນລະບົບຕໍ່ເນື່ອງ ດ້ວຍການກໍານົດທິດນໍາ ນະໂຍບາຍ ວາງມາດຕະການຕ່າງໆອອກຢ່າງຄົບຊຸດ ແລະ ຊີ້ນໍາການຈັດຕັ້ງປະຕິບັດຕົວຈິງຢ່າງແທດເຖິງ ເຖິງຢ່າງໃດກໍຕາມ ເສດຖະກິດຂອງປະເທດເຮົາໃນປັດຈຸບັນ ຍັງຢູ່ໃນສະພາບບອບບາງຫຼາຍ ເປັນຕົ້ນແມ່ນງົບປະມານປົກກະຕິຂອງລັດບໍ່ສາມາດຊໍາລະສະສາງໜີ້ ໂຄງການທີ່ລັດລົງທຶນມາ ຕາມກໍານົດ ການຂາດແຫຼ່ງທຶນຊໍາລະໜີ້ສິນເງິນກູ້ຕ່າງປະເທດທີ່ລົງທຶນບໍ່ມີປະສິດທິຜົນ ຄວາມອ່ອນແອຂອງຄັງສໍາຮອງແຫ່ງຊາດທີ່ບໍ່ສາມາດຮັບປະກັນການປະຕິບັດພາລະບົດບາດດັດສົມມະຫາພາກ ແລະ ປະຕິບັດການຊໍາລະສະສາງສາກົນ ຍິ່ງຢູ່ໃນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຜົນກະທົບຈາກໄພທໍາມະຊາດ ຍິ່ງພາໃຫ້ສະພາບເສດຖະກິດ-ການເງິນຂອງປະເທດເຮົາ ທີ່ມີຄວາມຫຍຸ້ງຍາກສະສົມມາຫຼາຍປີຢູ່ແລ້ວນັ້ນ ນັບມື້ທະວີຄວາມເຄັ່ງຮ້ອນຂຶ້ນເລື້ອຍໆ ເຊິ່ງອາດບໍ່ສະເພາະແຕ່ສົ່ງຜົນກະທົບຮຸນແຮງໂດຍກົງຕໍ່ສະຖຽນລະພາບຂອງເສດຖະກິດມະຫາພາກ ຫາກຍັງອາດເຮັດໃຫ້ຄວາມເຊື່ອໝັ້ນ ຂອງປະຊາຊົນເຮົາ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ນັບມື້ນັບຫຼຸດລົງ.

ສະພາບດັ່ງກ່າວ ໄດ້ເລັ່ງທວງຢ່າງຮີບດ່ວນໃຫ້ພັກ-ລັດເຮົາ ຕ້ອງໄດ້ເພີ່ມທະວີການນໍາພາຊີ້ນໍາ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍຍົກລະດັບການແກ້ໄຂບັນຫາດັ່ງກ່າວເປັນວາລະແຫ່ງຊາດ ການກໍານົດເປັນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນເຫດການການເມືອງສໍາຄັນທີ່ເປັນປະຫວັດການຂອງປະເທດຊາດ ໃນການຕັດສິນໃຈດ້ານຍຸດທະສາດຂອງພັກ-ລັດເຮົາ ເປັນການສ້າງກົນໄກປະຕິບັດທີ່ມີການປະສົມກົມກຽວ ລະຫວ່າງວິທີປົກກະຕິທີ່ມີຢູ່ກັບວິທີ ແລະ ມາດຕະການພິເສດ ເພື່ອຂັບເຄື່ອນການແກ້ບັນຫາຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ມີທ່າອຽງ ແລະ ຄວາມສ່ຽງອາດຈະຕົກເຂົ້າສູ່ວິກິດການໃຫ້ຜ່ອນຄາຍລົງ ແລະໃຫ້ມີພື້ນຖານຫັນປ່ຽນດີຂຶ້ນຢ່າງຈະແຈ້ງ ດ້ວຍການປັບປຸງນະໂຍບາຍ ກົນໄກການຄຸ້ມຄອງບາງດ້ານ ໃຫ້ມີລັກສະນະບຸກທະລຸ ແນໃສ່ແກ້ໄຂບັນຫາໃຫ້ໄດ້ ແລະ ສ້າງຄວາມເຂັ້ມແຂງດ້ານເສດຖະກິດ-ການເງິນເປັນກ້າວໆ ທົ່ວພັກ-ລັດ ທົ່ວສັງຄົມ ຕ້ອງຖືວາລະແຫ່ງຊາດ ປຽບເໝືອນບັ້ນຮົບເສດຖະກິດ ໃນເງື່ອນໄຂຫຍຸ້ງຍາກທີ່ສຸດ ທີ່ຕ້ອງຮວມແຮງຮ່ວມໃຈກັນບຸກເຂົ້າສູ່ສະໜາມຮົບຢ່າງກ້າຫານ ເສຍສະຫຼະ ແລະ ໃນທີ່ສຸດ ຕ້ອງຍາດເອົາໄຊຊະນະໄດ້ຢ່າງແນ່ນອນ.

ນອກຈາກນີ້ ໃນພິທີຍັງໄດ້ມີການເຊື່ອມຊຶມ ບົດແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມກວດກາຂອງພັກ ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 151/ຄລສພ ແລະ ປາຖະກະຖາວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ອີກດ້ວຍ.
# ຂ່າວ & ພາບ : ສີພອນ