ໃນວັນທີ 11 ສິງຫາ 2021 ສະພາກາແດງ ສ ເກົາຫຼີ ໄດ້ຈັດສົ່ງເຄື່ອງຊ່ວຍເຫຼືອ ເຊິ່ງເປັນອຸປະກອນປ້ອງກັນໂຄວິດ-19 ໃຫ້ອົງການກາແດງລາວ ເຂົ້າຮ່ວມພິທີຮັບເອົາເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໂດຍມີທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກອົງການກາແດງລາວ ກາແດງນະຄອນຫຼວງ ແລະ ອາສາສະໝັກ ເຂົ້າຮ່ວມເປັນສັກຂິພິຍານ.
ເຄື່ອງຈຳນວນດັ່ງກ່າວ ປະກອບດ້ວຍ ຜ້າອັດປາກ-ດັງ ສະບູ ນ້ຳຢາຂ້າເຊື້ອ ເຈວລ້າງມື ຈຳນວນ 440 ກ໋ອງ ລວມມູນຄ່າທັງໝົດ 600 ລ້ານກວ່າກີບ ເຊິ່ງເຄື່ອງຈຳນວນດັ່ງກ່າວ ທາງອົງການກາແດງລາວ ຈະນຳເອົາໄປຊ່ວຍເຫຼືອພໍ່ແມ່ປະຊາຊົນກຸ່ມເປົ້າໝາຍໃນຂອບເຂດທົ່ວປະເທດ.

# ຂ່າວ & ພາບ : ບຸນມີ