ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ (LaoVietBank) ເປັນທະນາຄານໜຶ່ງດຽວໃນລາວ ທີ່ໄດ້ຮັບກຽດຈາກວາລະສານການເງິນຊັ້ນແນວໜ້າລະດັບໂລກ Asian Banking & Finance ສະເໜີລາຍຊື່ຂອງທະນາຄານເຂົ້າຮ່ວມຄັດເລືອກເພື່ອຊີງລາງວັນໃນລາຍການ Banking & Finance Retail Banking Awards 2021 ເຊິ່ງການຄັດເລືອກຄັ້ງນີ້ ມີບັນດາທະນາຄານທີ່ເຂົ້າຮ່ວມຄັດເລືອກເຖິງ 140 ທະນາຄານ ຈາກ 31 ປະເທດທົ່ວໂລກ ເຊິ່ງຜົນການຄັດເລືອກຂອງຄະນະກໍາມະການ ໄດ້ເຫັນດີເປັນເອກະພາບຕັດສິນໃຫ້ທະນາຄານຮ່ວມທຸລະກິດລາວ-ຫວຽດຂອງລາວເປັນຜູ້ໄດ້ຮັບລາງວັນຊະນະເລີດ Laos Do mestic Initiative of the Year ປະຈໍາປີ 2021 ໃນສາຂາ Wholesale Banking ທີ່ໄດ້ມີການປະກາດຜົນຜ່ານທາງເວັບໄຊ “Asian Banking & Finance” ໃນເດືອນກໍລະກົດ 2021.

ຂໍ້ມູນຈາກເວັບໄຊ “Asian Banking & Finance” ລາຍງານວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນສະທ້ອນຢ່າງຫຼວງຫຼາຍທົ່ວໂລກ ເວົ້າລວມ ເວົ້າສະເພາະກໍຄືບັນດາຂະແໜງການທາງດ້ານທຸລະກິດການທະນາຄານຢູ່ລາວໃນຜ່ານມາ ແລະ ວາລະສານການເງິນຊັ້ນແນວໜ້າລະດັບໂລກ Asian Banking & Finance ເຫັນໄດ້ຄວາມພະຍາຍາມຂອງ LaoVietBank ໃນການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ດ້ວຍທິດທາງຂອງການຫັນປ່ຽນເປັນທະນາຄານດິຈິຕອນທີ່ທັນສະໄໝ ຍົກສູງຄວາມປອດໄພ ຄວາມໝັ້ນຄົງຂອງລູກຄ້າ ແລະ ອົງກອນເປັນສ່ວນສຳຄັນ ຄຽງຄູ່ໄປພ້ອມກັບການຍົກລະດັບການບໍລິການລູກຄ້າ ແລະ ບັນດາຜະລິດຕະພັນການບໍລິການໃຫ້ດີຂຶ້ນກວ່າເກົ່າ ແລະ ປີ 2020 LaoVietBank ໄດ້ຮັບລາງວັນຈາກວາລະສານການເງິນຊັ້ນແນວໜ້າລະດັບໂລກເຊັ່ນກັນ ແຕ່ຢູ່ໃນສາຂາ Laos Domestic Technology & Operations Bank of the Year.

ຂ່າວ-ພາບ : ສົມສະຫວັນ