JDB ຮ່ວມມືທຸລະ​ກິດກັບກຸ່ມບໍລິສັດໂຊກໄຊກຣຸບ

    ວັນທີ 13 ສິງຫາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ (JDB)  ໄດ້ມີພິທີເຊັນສັນຍາວ່າດ້ວຍການຮ່ວມມືທາງດ້ານທຸລະກິດລະຫວ່າງ JDB ແລະ ກຸ່ມບໍລິສັດ ໂຊກໄຊກຣຸບ ຮ່ວມ​ລົງນາມໂດຍທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ແລະ ທ່ານ ພອນສະຫວັນ ສີຊະນະ ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານລວມກຸ່ມບໍລິສັດ ໂຊກໄຊກຣຸບ  ມີຄະນະຜູ້ບໍລິຫານ JDB ກຸ່ມບໍລິສັດ ໂຊກໄຊກຣຸບ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ການເຊັນສັນຍາຄັ້ງນີ້ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບເພື່ອໃຫ້ບໍລິການການພັດທະນາຜະ ລິດຕະພັນ ແລະ ພັດທະນາລະບົບຕ່າງໆ ຮ່ວມກັນເພື່ອອໍານວຍຄວາມສະດວກໃຫ້ລູກຄ້າ ເປັນຕົວແທນເບີກຈ່າຍເງິນລາງວັນໃຫ້ກັບຜູ້ໂຊກດີທີ່ຖືກລາງວັນໃນແຕ່ລະງວດຂອງຫວຍທັນສະໄໝໂຊກໄຊ ໂດຍ JDB ເປັນຕົວແທນໃນການຊໍາລະສະສາງເງິນລາງວັນ ຮ່ວມມືໃນດ້ານການຊໍາລະຄ່າເຊົ່າສິນເຊື່ອຂອງລູກຄ້າ ສະຖາບັນການເງິນໂຊກໄຊ ໂດຍຊໍາລະຜ່ານຊ່ອງທາງໜ້າເຄົາເຕີໜ່ວຍບໍລິການ ຜ່ານລະບົບ Auto Debit ແລະ ຜ່ານຊ່ອງທາງ JDB YES  Mobile Banking ຂອງ JDB ເພື່ອເພີ່ມທາງເລືອກໃນການຊໍາລະສະສາງ ສຶກສາຄວາມເປັນໄປໄດ້ທາງດ້ານລະບົບ Payment Geteway ຂອງທາງ JDB ໃຫ້ເປັນໜຶ່ງໃນທາງເລືອກຂອງລູກຄ້າໃນການຊໍາລະສະສາງສິນຄ້າໃນລະບົບຂອງໂຊກໄຊອໍລ (SOKXAYALL APPICATION ) ນອກນັ້ນຍັງຈະໄດ້ຮ່ວມມືກັນໃນທາງດ້ານບໍລິການຕ່າງໆທີ່ພົວພັນກັນກັບການດໍາເນີນທຸລະກິດທີ່ມີຜົນປະໂຫຍດຮ່ວມກັນໃນອະນາຄົດ ປັດຈຸບັນນີ້ມີ 17 ສາຂາຂອງບໍລິສັດ ໂຊກໄຊກຣຸບ ສາມາດນໍາໃຊ້ QR ຂອງ JDB ໄດ້ແລ້ວ.

    ມາ​ຮອດ​ປັດຈຸບັນ JDB ໄດ້ຮ່ວມມືກັບຫຼາຍອົງກອນ ແລະ ຫຼາຍບໍລິສັດ ເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າທຸກລະດັບຢ່າງເທົ່າທຽມກັນ ​ໂດຍປະຕິບັດນະໂບຍາຍຕ່າງຝ່າຍຕ່າງມີຜົນປະ ໂຫຍດຕາມຄໍາຂວັນທີ່ວ່າເຕີບໃຫຍ່ໄປພ້ອມກັນ.

    ສົມສະຫວັນ ຮູບ 18.8.2021   

error: Content is protected !!