ທູດ ສ ເກົາຫຼີ ປະຈໍາລາວ ຢ້ຽມຢາມ​ໂຄງການທ່າບົກທ່ານາແລ້ງ

     ​ວັນ​ທີ 17 ສິງຫາ 2021 ທີ່ສໍານັກງານໃຫຍ່ບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ ທີ່​ຕັ້ງ​ຢູ່​ບ້ານ​ດົງ​ໂພ​ສີ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ໄດ້ມີພິທີຕ້ອນຮັບການມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ຂອງທ່ານ ອິມ ມູຮົງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ພ້ອມ​ຄະນະ ຖືກຕ້ອນຮັບໂດຍທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ  ພ້ອມພະນັກງານຫຼັກແຫຼ່ງບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ. 

    ໃນພິທີ ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານທູດພ້ອມ​ຄະນະທີ່ມາຢ້ຽມຢາມ ເບິ່ງຄວາມຄືບໜ້າການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ພ້ອມທັງລາຍງານຫຍໍ້ກ່ຽວກັບ 4 ໂຄງການໃຫຍ່ຂອງບໍລິສັດ ວຽງຈັນໂລຈິສຕິກພາກ ທີ່ໄດ້ຮັບການສໍາປະທານນໍາລັດຖະບານລາວຄື:

  1. ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ 
  2. ໂຄງການທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ 
  3. ໂຄງການເສັ້ນທາງລົດໄຟລາວ-ຫວຽດນາມ  
  4. ໂຄງການສ້າງໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000 MV ທີ່ແຂວງຄໍາມ່ວນ

    ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ການ​ພັດທະນາ​ໂຄງການ​ມາ​ຮອດ​ປັດຈຸບັນ ​ເປັນ​ຕົ້ນ​ ເຂດ​ພັດທະນາ​ການ​ສົ່ງ​ເສີມ​ການ​ຄ້າ ຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ຈຸດ​ເຊື່ອມ​ຕໍ່​ຂົວ​ມິດຕະພາ​ບລາວ-​ໄທ​ແຫ່ງ​ທີ 1 ​ໂຄງການ​ຂົວ​ຂ້າມ​ທາງ​ລົດ​ໄຟ​ຂົວ​ທີ 1 ​ໂຄງການ​ປະຕູ​ໂຂງ​ທ່າ​ບົກ​ທ່າ​ນາ​ແລ້ງ ໂຄງການ​ກໍ່ສ້າງ​ຫ້ອງການ VLP ​ໂຄງການ​ກໍ່ສ້າງ​ເຂດ​ຕຶກ​ຫ້ອງການ ໂຄງການ​ກໍ່ສ້າງ​ເຂດ​ສາງສິນຄ້າ ​ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ທາງ​ລົດ​ຄອນ​ເທັນ​ເນີ ການ​ຈັດ​ກອງ​ປະຊຸມ ຈັດ​ສຳ​ມະ​ນາ ​ເຊັນ​ສັນຍາ ການລົງ​ມາ​ຢ້ຽມຢາມ​ໂຄງການ​ຂອງຄະນະ​ຜູ້​ແທນ​ການ​ນຳ​ຂັ້ນ​ສູງຂອງ​ລາວ ຄະນະ​ຜູ້​ແທນ​ທູດ ​ແລະ ອົງການ​ຈັດຕັ້ງ​ສາກົນ​ປະຈຳລາວ ໃນ​ໄລຍະ​ຜ່ານ​ມາ ​ແລະ ຍົກ​ໃຫ້​ເຫັນຜົນ​ປະ​ໂຫຍ​ດທີ່​ລັດຖະບານ​ລາວ​ຈະ​ໄດ້​ຮັບ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ທະ​ເລ​ແຕ່​ໃຫ້​ມີ​ການ​ເຊື່ອມ​ຈອດໂດຍທາງ ​ແລະ ອື່ນ​ໆ.

    ການ​ລົງ​ມາ​ຢ້ຽມຢາມ​ໂຄງການ​ຂອງທ່ານທູດພ້ອມ​ຄະນະຄັ້ງ​ນີ້​ ໄດ້​ຮັບ​ການ​ຮັບ​ຟັງ​ການ​ລາຍ​ງານສະພາບ​ຄວາມ​ເປັນ​ມາ ​ແລະ ຄວາມ​ຄືບ​ໜ້າ​ຂອງການ​ພັດທະນາ​ໂຄງການ ​ໂດຍ​ສະ​ເພາະ​ການ​ພັດທະນາ​ໂຄງການ​ທ່າ​ບົກ​ທ່າ​ນາ​ແລ້ງ​ທີ່​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ກວ່າ 80% ​ແລະ ຈະສຳ​ເລັດ​ທ້າຍ​ປີ​ນີ້ ​ ​ພ້ອມ​ນີ້ ຄະນະຍັງໄດ້ໄປຢ້ຽມຢາມສະຖານທີ່ກໍ່ສ້າງໂຄງການ ​ເຊິ່ງການ​ຢ້ຽມຢາມຄັ້ງ​ນີ້ ​ທ່ານ​ທູດ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ບໍລິສັດ​ທີ່​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ພ້ອມ​ທີ່​ຈະ​ສະໜັບສະໜູນຊຸກຍູ້ສົ່ງເສີມ​ໃຫ້​ໂຄງການ​ມີ​ຜົນສຳ​ເລັດ.

      ຂ່າວ-ພາບ :  ສົມສະຫວັນ

error: Content is protected !!