ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 18 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ວັນຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.769 ຕົວຢ່າງ ຜົນການກວດວິເຄາະ ພົບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 381 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 32 ຄົນ (ນຳເຂົ້າ) ແລະ (1 ຄົນໃນຊຸມຊົນ) ແຂວງບໍ່ແກ້ວ ຢູ່ເມືອງຕົ້ນເຜິ້ງ 1 ຄົນ (ຊຸມຊົນ) ບໍລິຄໍາໄຊ 1 ຄົນ (ນຳເຂົ້າ) ຄຳມ່ວນ 146 ຄົນ (ນຳເຂົ້າ) ແລະ (2 ຄົນໃນຊຸມຊົນ) ສາລະວັນ 1 ຄົນ (ນຳເຂົ້າ) ສະຫວັນນະເຂດ 108 ຄົນ (ນໍາເຂົ້າ) ແລະ (44 ຄົນ ໃນຊຸມຊົນ ) ແລະ ແຂວງຈຳປາສັກ 45 ຄົນ (ນຳເຂົ້າ) ເຮັດໃຫ້ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມທັງໝົດ 11.029 ຄົນ ກຳລັງປີ່ນປົວ 4.194 ຄົນ ແລະ ເສຍຊີວິດສະສົມ 9 ຄົນ

# ຂ່າວ & ພາບ : ລັດເວລາ