ກຸ່ມບໍລິສັດໂຄລາວ ມອບລົດຕູ້ແກ່ ນວ ຮັບໃຊ້ວຽກງານຕ້ານພະຍາດໂຄວິດ

    ພິທີມອບ-ຮັບລົດຮັບໃຊ້ຊົ່ວຄາວ ໃນການລຳລຽງຄົນເຈັບຈຳນວນ 5 ຄັນ ພ້ອມນໍ້າມັນລົດ ລວມມູນຄ່າທັງໝົດ 100.000.000 ກີບ ຈາກກຸ່ມບໍລິສັດໂຄລາວ ຈັດຂຶ້ນວັນທີ 18 ສິງຫາ 2021 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍການມອບຂອງທ່ານ ຄໍາຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ ແລະ ກ່າວຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ພ້ອມດ້ວຍຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ເຂົ້າຮ່ວມ. 

    ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທາງກຸ່ມບໍລິສັດ ໂຄລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອລົດໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ ນວ ໃນການຮັບໃຊ້ວຽກງານຕ້ານພະຍາດໂຄວິດ-19 ເຊິ່ງໃນໄລະຜ່ານມາ ທາງບໍລິສັດກໍໄດ້ປະກອບສ່ວນໃຫ້ຢືມລົດຕູ້ມາແລ້ວຈໍານວນ 10 ຄັນ ໂດຍລົດຈໍານວນດັ່ງກ່າວ ແມ່ນຈະໄດ້ມອບຕໍ່ໃຫ້ພະແນກສາທາລະນະສຸກ ນວ ນໍາໄປໝູນໃຊ້ຢູ່ບັນດາສູນ ແລະ ໜ່ວຍງານຕ່າງໆເຊັ່ນ : ໜ່ວຍງານສັກວັກຊີນເຄື່ອນທີ່ ໜ່ວຍງານຄວບຄຸມພະຍາດຕິດຕໍ່ (ເກັບຕົວຢ່າງ) ໂຮງໝໍພາກສະໜາມ ສູນຈໍາກັດບໍລິເວນ ແລະ ຮັບໃຊ້ວຽກງານພະລາທິການ ເຊິ່ງວຽກດັ່ງກ່າວແມ່ນມີຄວາມຈໍາເປັນ ແລະ ສໍາຄັນຫຼາຍ ໃນການນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ເນື່ອງຈາກສະພາບປັດຈຸບັນ ຍັງເຫັນວ່າການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ນວ ຍັງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ ໂດຍສະເພາະ ກໍແມ່ນຢູ່ ນວ ສະນັ້ນ ຈຶ່ງເຫັນວ່າມີຄວາມຈໍາເປັນໃນການນໍາໃຊ້ລົດເພື່ອຮັບໃຊ້ວຽກງານດັ່ງກ່າວໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນ. 

    ສໍາລັບລົດຮັບໃຊ້ຊົ່ວຄາວໃນການລຳລຽງຄົນເຈັບຈຳນວນ 5 ຄັນ ດັ່ງກ່າວ ຮ່ວມປະກອບສ່ວນເປັນ​ເວ​ລາ 3 ເດືອນ (ເລີ່ມ​ແຕ່​ວັນ​ທີ 18/8/2021 ຫາ 18/11/2021).

# ຂ່າວ & ພາບ : ສີພອນ

error: Content is protected !!