ຫົວໜ່ວຍທຸລະກິດ ສືບຕໍ່ມອບເງິນເຂົ້າໂຄງການປັນນໍ້າໃຈ

    ທະນາຄານພັດທະນາລາວ ແລະ ບໍລິສັດ ພັນທະມິດກໍ່ສ້າງຂົວທາງ ຈຳກັດ ໄດ້ນຳເອົາເງິນໄປມອບໃຫ້ນະຄອນຫຼວງວຽງຈັນ ເພື່ອປະກອບເຂົ້າໃນໂຄງການປັນນໍ້າໃຈເພື່ອ​ຜູ້​ປະຈັນບານ​ຕ້າ​ນພະຍາດ​ໂຄ​ວິດ-19 ເຊິ່ງພິທີມອບ ໄດ້ຈັດຂຶ້ນວັນທີ 16 ສິງຫາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ ລິດສະໝີ ລາດຊະວົງ ຮອງຜູ້ອຳນວຍການທະນາຄານພັດທະນາລາວ ແລະ ທ່ານ ອິນແປງ ອຸທຸມພອນ ປະທານບໍລິສັດ ພັນທະມິດກໍ່ສ້າງຂົວທາງ ຈຳກັດ ແລະ ກ່າວຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ສໍາລັບການປະກອບສ່ວນຄັ້ງນີ້ ທະນາຄານພັດທະນາລາວມອບ 200 ລ້ານກີບ ແລະ ບໍລິສັດ ພັນທະມິດກໍ່ສ້າງຂົວທາງ ຈຳກັດ ມອບ 30 ລ້ານກີບ ເຊິ່ງການປະກອບສ່ວນທັງສອງພາກສ່ວນ ແມ່ນເຫັນໄດ້ຄວາມສຳຄັນໃນການແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ ທີ່ປັດຈຸບັນ ຈຳນວນຜູ້ຕິດເຊື້ອທີ່ກຳລັງກັກກັນ ແລະ ປິ່ນປົວຢູ່ໂຮງໝໍ ແລະ ບັນດາສູນຕ່າງໆທັງຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ຕ່າງແຂວງເປັນຈຳນວນຫຼວງຫຼາຍ.

    ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈມາຍັງຫົວໜ່ວຍທຸລະກິດສອງພາກສ່ວນທີ່ບິແບ່ງນໍ້າໃຈປະກອບສ່ວນເງິນເຂົ້າໃນໂຄງການປັນນໍ້າເພື່ອປະຈັນບານຕ້ານໂຄວິດ ທີ່ເປັນໂຄງການນະຄອນຫຼວງວຽງຈັນສ້າງຂຶ້ນມາ ແລະ ນໍາໃຊ້ເງິນທີ່ໄດ້ຈາກການປະກອບສ່ວນຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດ ສຳລັບພາກສ່ວນໃດຢາກປະກອບສ່ວນວັດຖຸປັດໄຈ ບໍ່ວ່າຈະເປັນເງິນ ແລະ ວັດຖຸສິ່ງຂອງຕ່າງໆເຂົ້າໂຄງການດັ່ງກ່າວ ກໍສາມາດຕິດຕໍ່ພົວພັນໄດ້ນຳຄະນະຮັບຜິດຊອບໂຄງການຂອງນະຄອນຫຼວງວຽງຈັນ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈກັນສະກັດກັ້ນ ແລະ ຕ້ານພະຍາດໂຄວິດ.        

error: Content is protected !!