ວັນທີ 12-13 ສິງຫາ 2021 ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສືບຕໍ່ສະໜັບສະໜູນຕັ່ງຫີນໃຫ້ກັບມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ສະໜາມກ໊ອຟລອງວຽນ (LONG VIEN GOLF CLUB) ລວມທັງໝົດ 40 ໜ່ວຍ ຕາງໜ້າມອບໂດຍທ່ານນາງ ແສງມະນີ ພິລາວົງ ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ ແລະ ຕາງໜ້າຮັບໂດຍທ່ານນາງ ສົມຈັນ ບຸນພັນມີ ແລະ ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ສ່ວນສະໜາມກ໊ອຟລອງວຽນ ກໍມີຜູ້ຕາງໜ້າໃຫ້ກຽດຕ້ອນຮັບພ້ອມດ້ວຍຄະນະ ເຊັ່ນກັນ ໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໃຫ້ຮູ້ວ່າ: ສໍາລັບໃນເດືອນສິງຫາ 2021 ທະນາຄານໄດ້ສໍາເລັດການມອບຕັ່ງຫີນແລ້ວ 5 ຈຸດ ເຊັ່ນ: ສວນເຈົ້າອະນຸວົງ (ແຄມຂອງ) ຫໍວັດທະນະທໍາແຫ່ງຊາດ ສະຖາບັນການທະນາຄານ ມະຫາວິທະຍາໄລແຫ່ງຊາດ ແລະ ສະໜາມກ໊ອຟລອງວຽນ ລວມທັງໝົດ 90 ໜ່ວຍ ສ່ວນສະຖານທີ່ຕ່າງໆທີ່ຢູ່ໃນແຜນຈະມອບໃຫ້ອີກ 4 ບ່ອນນັ້ນ ແມ່ນຍັງຢູ່ໃນໄລຍະການບູລະນະປັບປຸງຄືນໃໝ່ ໄດ້ແກ່: ໂຮງໝໍມະໂຫສົດ ປະຕູໄຊ ວັດສີເມືອງ ແລະ ຂົວມິດຕະພາບລາວ-ໄທ 1 (ວຽງຈັນ-ໜອງຄາຍ) ແລະ ໃນເດືອນກໍລະກົດຜ່ານມາ LaoVietBank ໄດ້ສະໜັບສະໜູນຕັ່ງຫີນໃຫ້ກັບ 10 ສະຖານທີ່ສໍາຄັນຂອງນະຄອນຫຼວງວຽງຈັນ ໄດ້ແກ່: ຄິວລົດໂດຍສານສາຍໃຕ້ ໂຮງໝໍແມ່ ແລະ ເດັກ ສູນການຄ້າເວີເທຣດເຊັນເຕີ ສູນການຄ້າວຽງຈັນເຊັນເຕີ ວັດສີສະເກດ ຫໍຫຼັກເມືອງ ຫໍພະແກ້ວ ສະຖາບັນເສດຖະກິດການເງິນ ສວນໄຊເຊດຖາ ແລະ ໜັງສືພິມປະຊາຊົນ ລວມທັງໝົດຈໍານວນ 160 ໜ່ວຍ.

# ຂ່າວ & ພາບ : ຂັນທະວີ