ກຽມພົບກັບ 3 ບົດເພັງ ຄຳນັບຊົມເຊີຍວັນລັດຖະທຳມະນູນ ຄົບຮອບ 30 ປີ

ເພື່ອເປັນການຊົມເຊີຍວັນ ລັດຖະທຳມະນູນແຫ່ງຊາດ ຄົບຮອບ 30  ປີ ຢ່າງສຸດໃຈ (ວັນທີ 15 ສິງຫາ 1991-15 ສິງຫາ 2021) ສະໂມສອນບານເຕະສິລະປິນລາວ ຮ່ວມກັບສະມາຄົມສຽງແຄນລາວມີ​ຄວາມ​ພາກພູມ​ໃຈ​ ແລະ ຊົມ​ເຊີຍ​ລັດຖະທຳ​ມະນູນ​ແຫ່ງ​ຊາດຢ່າງ​ສຸດ​ໃຈ ໄດ້ສ້າງບົດເພງ ເພື່ອຄຳນັບຮັບຕ້ອນ ວັນດັ່ງກ່າວ ຈຳນວນ 3 ບົດເພງ ຄື: 

ເພງໃຕ້ຟ້າລາວໃໝ່ເພງ​  ປະພັນໂດຍ ທ່ານບົວເງິນ ຊາພູວົງ ສິລະປິນແຫ່ງຊາດ ປະທານສະມາຄົມສິລະປິນລາວ ​ຮ້ອງໂດຍ: ບຸນມະນີ ພົມມະສານ 2 ເພງ​ ສັນລະ​ເສີນລັດຖະທຳ​ມະນູນ ປະພັນ​​ໂດຍ ທ່ານ​ ຄຳ​ສະ​ແຫວງ ຫວາດ​ສະ  ໜາ​ສົ່ງ ນັກ​ປະພັນ​ເພງ​ຮຸ້ນສືບ​ທອດທັ້ງ​ເປັນ​ຄະນະ​ບໍລິຫານ​ງານ​ສະມາຄົມ​ສິລະ​ປິນລາວ ຮ້ອງ​ໂດຍ ​ບຸນ​ມະນີ ພົມມະ​ສານ ແລະ ເພັງທີ 3 ​​ເພງ​ຊີວິດ​ໃໝ່​ໃຕ້ລັດຖະທຳ​ມະນູນ  ປະພັນ​​ໂດຍ: ທ່ານ​ ຄຳ​ສະ​ແຫວງ ຫວາດ​ສະໜາສົ່ງ ຮ້ອງ​ໂດຍ: ຊາຍ​ສະໝອນ ອໍ​ຫຼວງ​​ເສກ  ຄວບ​ຄຸມ​ການ​ຜະລິດ​ໂດຍ: ບຸນ​ມະນີ ພົມມະ​ສານ ປະທານ​ສະ​ໂມ​ສອນ​ບານ​ເຕະ​ລວມສິລະ​ປິນລາວ ຄະນະ​ບໍລິຫານ​ງານ​ສະມາຄົມ​ສິລະ​ປິນລາວ ຫົວໜ້າ​ຫ້ອງການ​ສະມາຄົມ​ສຽງ​ແຄນ​ລາວ.

    ທັງ​ສາມ​ບົດ​ເພງ​ນີ້​​ແມ່ນ​ໄດ້​ສ້າງສັນດົນຕີ ​ແລະ ຮ້ອງ​ໃໝ່​ເພື່ອ​ເປັນ​ການ​ປະກອບສ່ວນ​ສະ​ເຫຼີ​ມສະຫຼອງ 30 ປີ ວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ​ຢ່າງ​ສຸດ​ໃຈ ​ໂດຍ​ມີ​ບັນດາ​ບໍ​ລະ​ສັດ ​ແລະ ບຸກຄົນ​ໄດ້​​ເຫັນ​ຄວາ​ມສຳຄັນ​ໃນ​ໂອາກາດ​ວັນ​ສຳຄັນ​ດັ່ງກ່າວ​ນີ້ ​ໃຫ້ການ​ສະໜັບ​ສະ​ໜູນ​ ​ຄື​: ບໍລິ​ສັດຈະ​ເລີ​ນ​ເຊ​ກອງ​ພະລັງງານ​ຈຳກັດ ບໍລິສັດ​ລາວ​ໂທລະ​ຄົມ​ມະຫາຊົນ ບໍລິສັດ​ໄຟຟ້າ​ນໍ້າ​ເທີນ  ບໍລິສັດ​ຮຸ່ງ​ອາ​ ລຸນ​ຂົນ​ສົ່ງ​ດ່ວນ, ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ມະຫາຊົນ ລັດ​ວິ​ສະຫະ​ກິດ​ນໍ້າມັນ​ເຊື້ອ​ໄຟ​ລາວ ທ່ານ​ນາງ ສຸປານີ ​ແກ້ວ​ສຸລິຍາ ປະທານ​ບໍລິສັດ 3 M ບໍລິການ TAKA JEWELRY ທ່ານ​ນາງ ອ້ອຍ​ໃຈ ​ເປິ​ນສະມຸດ ​ ການ​ຜະລິດ​ເພງ​​ແມ່ນ​ສຳ​ເລັດ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ຈະ​ນຳ​ໄປ​ມອບ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ສື່​ຕ່າງໆ​ເພື່ອ​ນຳ​ໃຊ້​ແລະ ​ເຜື​ຍ​ແຜ່​ໃນ​ໂອກາດ​ຕໍ່​ໄປ. 

error: Content is protected !!