HMG-ສນຕ ຮ່ວມມືຄົ້ນຄວ້າ-ພັດທະນາເບັ້ຍໄມ້ ໄມ້ປະດັບຄົບວົງຈອນ

    ບໍລິສັດ ຫົງມັງກອນ ອິນເຕີເທຣດ ແອນ ເຊີວິດ ຈຳກັດຜູ້ດຽວ (HMG) ແລະ ສະຖາບັນນິເວດວິທະຍາ ແລະເຕັກໂນໂລຊີ ຊີວະພາບ (ສນຕ) ກະຊວງກະສິກຳ ແລະ ປ່າໄມ້ ລົງນາມໃນສັນຍາວ່າດ້ວຍການຄົ້ນຄ້ວາ ແລະ ພັດທະນາເບ້ຍໄມ້ ໄມ້ປະດັບຄົບວົງຈອນ ແນໃສ່ຜະລິດເປັນສິນຄ້າຈຳໜ່າຍໃນຂອບເຂດທົ່ວປະເທດ ແນໃສ່ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ຊະນິດພັນເບັ້ຍໄມ້ເສດຖະກິດ ໄມ້ປະດັບ ຝຸ່ນຊີວະພາບ ດິນປູກ ແລະ ພາຊະນະປູກໄມ້ປະດັບ.

    ທ່ານ ນາງ ມະລີນ່າ ພະໄຊຍະວົງ ປະທານບໍລິສັດ ຫົງມັງກອນ ອິນເຕີເທຣດ ແອນ ເຊີວິດ ຈຳກັດຜູ້ດຽວ ກ່າວວ່າ: ການຮ່ວມມືຄັ້ງນີ້ ແມ່ນເປັນຄັ້ງທຳອິດຂອງບໍລິສັດພວກເຮົາທີ່ໄດ້ຮ່ວມມືກັບພາກລັດ ພາຍຫຼັງນັບແຕ່ເດືອນມີນາ 2021 ເປັນຕົ້ນມາ ຄະນະບໍລິຫານງານຂອງບໍລິສັດ ຫົງມັງກອນ ໄດ້ລົງປະສານງານປຶກສາຫາລືກັບຄະນະນໍາສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ເລີ່ມແຕ່ເດືອນມີນາ 2021 ກໍໄດ້ປະສານງານລົງເກັບກໍາຂໍ້ມູນຜົນສຳເລັດທີ່ພົ້ນເດັ່ນຂອງການຄົ້ນຄວ້າວິທະຍາ ສາດ ແລະ ສົ່ງເສີມໃຫ້ມີການນຳໃຊ້ຜົນການຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ເຊິ່ງເປັນໜຶ່ງໃນວຽກງານທີ່ສຳຄັນຂອງການຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການນຳໃຊ້ປະໂຫຍດຈາກວິທະຍາສາດ ແລະ ເຕັກໂນໂລຊີ ການຄົ້ນຄວ້າ ແລະ ພັດທະນາຜະລິດຕະພັນນະວັດຕະກຳ.

    ເພື່ອສ້າງເງື່ອນໄຂປັດໄຈໃຫ້ແກ່ການຈັດຕັ້ງປະຕິບັດບົດບັນທຶກຄວາມຮ່ວມມື ໃຫ້ປາກົດຜົນເປັນຈິງໃນແຕ່ລະໄລຍະ ລັດຖະ ບານ ເວົ້າລວມ ເວົ້າສະເພາະ ສະຖາບັນນິເວວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຈະຕ້ອງໄດ້ໃຫ້ຄວາມຮ່ວມມືໃນການປັບປຸງໃນຫຼາຍດ້ານ ເປັນຕົ້ນ ການຍົກລະດັບຄວາມສາມາດໃນການແຂ່ງຂັນສ້າງຜະລິດຕະພັນຕາມທີ່ຕະຫຼາດຕ້ອງການ ຫຼຸດຜ່ອນການເພິ່ງພາປັດໄຈພາຍນອກເທື່ອລະກ້າວ ນອກຈາກນີ້ ພວກເຮົາຍັງຈະໄດ້ດູດດຶງນັກວິທະຍາສາດ ແລະ ເຕັກໂນໂລຊີມາເຂົ້າໃນໂຄງການຮ່ວມມືຂອງພວກເຮົາ ເພື່ອຈະໄດ້ພັດທະນາແບບກ້າວກະໂດດ.

    ພິທີລົງນາມສັນຍາດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 13 ສິງຫາ 2021 ຜ່ານມາ ທີ່ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໂດຍການລົງນາມຂອງທ່ານ ນາງ ມະລີນ່າ ພະໄຊຍະວົງ ປະທານ ບໍລິສັດຫົງມັງກອນ ອິນເຕີເທຣດ ແອນເຊີວິດ ຈຳກັດຜູ້ດຽວ ແລະ ທ່ານ ຄຳແພງ ໂພທິຈິດໂຕ ຮອງຫົວໜ້າສະຖາບັນນິເວດວິທະຍາ ແລະເຕັກໂນໂລຊີ ຊີວະພາບ ໂດຍຊ້ອງໜ້າທ່ານ ນາງ ປອ ແກ້ວວີວອນ ອຸດທະຈັກ ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໂດຍມີພາສ່ວນກ່ຽວຂ້ອງເຂົ້າຮ່ວມ.

# ຂ່າວ & ພາບ : ສຸລິໂຍ

error: Content is protected !!