ເປີດເວທີພົບປະແລກປ່ຽນສະພາບການດໍາເນີນທຸລະກິດຂອງ ສປ ຈີນ ຢູ່ໃນ ສປປ ລາວ

    ກອງປະຊຸມພົບປະແລກປ່ຽນລະຫວ່າງພາກລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ 5 ຈັດຂຶ້ນວັນທີ 13 ສິງຫາ 2021 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ລົງທຶນ ແລະ ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ມີຜູ້ຕາງໜ້າຈາກກະຊວງ ອົງການຂອງພາກລັດລາວ ຕາງໜ້າຈາກຫົວໜ່ວຍວິສາຫະກິດຈີນ ພາກທຸລະກິດ ແລະ ສະພາການຄ້າຈີນ ປະຈຳ ສປປ ລາວ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ເປັນການເປີດເວທີພົບປະແລກປ່ຽນສະພາບການດໍາເນີນທຸລະກິດ ແລະ ການລົງທຶນຂອງ ສປ ຈີນ ຢູ່ໃນ ສປປ ລາວ  ແລະ  ເພື່ອເປັນການສ້າງສາຍພົວພັນອັນດີ  ແລະ ສ້າງຄວາມເຂົ້າໃຈລະຫວ່າງຂະແໜງການຕ່າງໆຂອງພາກລັດຂອງ ສປປ ລາວ  ແລະ ນັກລົງທຶນຈາກ ສປ ຈີນ  ເຊິ່ງເປັນການສ້າງກົນໄກໜຶ່ງ ເພື່ອໃຫ້ພາກລັດກຳໄດ້ສະພາບການເຄື່ອນໄຫວ ແລະ ຄວາມຫຍຸ້ງຍາກຂອງພາກທຸລະກິດ ເພື່ອນໍາໄປຄົ້ນຄວ້າມາດຕະການແກ້ໄຂ ເຮັດໃຫ້ໃນການດຳເນີນທຸລະກິດ ແລະ ລົງທຶນຢູ່ ສປປ ລາວ ມີຄວາມສະດວກຂຶ້ນ.

    ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ ໄດ້ສະເໜີສະພາບເຄື່ອນໄຫວວຽກງານວຽກງານ ແລະ ຂໍ້ຫຍຸ້ງຍາກທີ່ພົບຢູ່ໃນວຽກງານການລົງທຶນໂດຍລວມຂອງນັກທຸລະກິດຈີນ ໂດຍຕາງໜ້າສະພາການຄ້າຈີນ ແລະ ສະ ພາການຄ້າປະຈໍາທ້ອງຖິ່ນ ຫຼັງຈາກນັ້ນ ຕາງໜ້າວິສາຫະກິດຈີນຈາກ  9  ຂະແໜງການ ໄດ້ຂຶ້ນລາຍງານ  ແລະ  ແລກປ່ຽນຄໍາຄິດເຫັນນໍາຂະແໜງການຂອງຝ່າຍລາວຄື: ຂະແໜງພື້ນຖານໂຄງລາງດ້ານຄົມມະນາຄົມ ຂະແໜງການເງິນ ຂະແໜງການພັດທະນາເຂດເສດຖະກິດພິເສດ ຂະແໜງໄຟຟ້າ  ຂະແໜງຮັບເໝົາການກໍ່ສ້າງ  ແລະ ຮ່ວມມືດ້ານແຮງງານ   ຂະແໜງພັດທະນາບໍ່ແຮ່  ຂະ   ແໜງຮ່ວມມືດ້ານກະສິກຳ ຂະແໜງປຸງແຕ່ງ ແລະ ການຜະລິດ ແລະ ການພັດທະນາອະສັງຫາລິມມະຊັບ.

    ນັບແຕ່ລັດຖະບານໄດ້ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການລົງທຶນ ການຮ່ວມມື ແລະ ການຄ້າ ກັບຕ່າງປະເທດ ການລົງທຶນຈາກ ສປ ຈີນ ໄດ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມູນຄ່າການລົງທຶນຈາກ ສປ ຈີນ ຈັດຢູ່ໃນອັນດັບ 1 ໃນຈໍານວນ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ ເຊິ່ງນັບແຕ່ປີ 1989 ເຖິງເດືອນກໍລະກົດປີ 2021 ມີຈຳນວນໂຄງການທັງໝົດ 813 ໂຄງການ ແລະ ມີມູນຄ່າການລົງທຶນທັງໝົດຫຼາຍກວ່າ 16 ຕື້ໂດລາສະຫະລັດ ສະເພາະປີ 2020 ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ການລົງທຶນຈາກ ສປ ຈີນ ຍັງສືບຕໍ່ມີບັນຍາກາດທີ່ດີ ເຊິ່ງມີການອະນຸມັດໂຄງການລົງທຶນຈາກຈີນຈຳນວນ 21 ໂຄງການ ແລະ ມີມູນຄ່າການລົງທຶນ 2,5 ຕື້ໂດລາສະຫະລັດ ໃນນັ້ນ ສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງບໍ່ແຮ່ ບໍລິການ ພະລັງງານໄຟຟ້າ ກະສິກຳ ແລະ ຂະແໜງການອື່ນໆກໍຍັງມີການລົງທຶນໃນການສ້າງພື້ນຖານໂຄງລ່າງ ການລົງທຶນໃນກິດຈະການທົ່ວໄປເຊັ່ນ: ຮ້ານຄ້າ ຮ້ານອາຫານ ແລະ ທຸລະກິດຄ້າຂາຍທົ່ວໄປຈຳນວນຫຼາຍ ນອກນັ້ນ ສປ ຈີນ ໄດ້ມີບົດບາດສຳຄັນໃນການລົງທຶນຢູ່ໃນບັນດາເຂດເສດຖະກິດພິເສດ ເຊິ່ງທີ່ໄດ້ຮັບການອະນຸມັດຈຳນວນ 89 ຫົວໜ່ວຍ ແລະ ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 215 ລ້ານໂດລາສະຫະລັດ.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!