ສອງພາກສ່ວນມອບເຄື່ອງຊ່ວຍເຫຼືອໃຫ້ສູນຈຳກັດບໍລິເວນວິທະຍາເຂດດົງໂດກ

    ປັດຈຸບັນ ໄດ້ມີແຮງງານລາວທີ່ກັບມາແຕ່ເພື່ອນບ້ານໃນແຕ່ລະວັນຈຳນວນບໍ່ໜ້ອຍ ບາງຄັ້ງກໍມີຜູ້ຕິດເຊື້ອພະຍາດໂຄວິດ-19 ດັ່ງນັ້ນ ປັດຈຸບັນໄດ້ມີຫຼາຍແຂວງໄດ້ພົບຜູ້ຕິດເຊື້ອໃນຊຸມຊົນ ຕໍ່ກັບບັນຫາດັ່ງກ່າວ ພາກລັດ ແລະ ພາກເອກະຊົນກໍໄດ້ຮ່ວມມືກັນຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ເປັນຕົ້ນແມ່ນການຈັດຫາສູນຈຳກັດບໍລິເວນ ແລະ ເຄື່ອງໃຊ້ທີ່ຈຳເປັນຈຳນວນໜຶ່ງເພື່ອຮອງຮັບແຮງງານທີ່ເດີນທາງມາຈາກປະເທດເພື່ອນບ້ານ ໃນນີ້ ສະມາຄົບນັກທຸລະກິດໜຸ່ມນະຄອນຫຼວງວຽງຈັນ (ນວ) ກໍປະກອບສ່ວນເງິນຊື້ເຄື່ອງບ່ອນນອນ ຈຳນວນ 200 ຊຸດ ມູນຄ່າ 16 ລ້ານກວ່າກີບ ໃຫ້ແກ່ສູນຈຳກັດບໍລິເວນແຮງງານລາວຢູ່ວິທະຍາເຂດ ມະຫາວິທະຍາໄລແຫ່ງຊາດ (ດົງໂດກ).

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 13 ສິງຫາ 2021 ທີ່ສູນຈຳກັດບໍລິເວນແຮງງານລາວຢູ່ວິທະຍາເຂດດົງໂດກ ກ່າວມອບໂດຍທ່ານ ພອນປະເສີດ ສີລາດວງເລີດ ປະທານສະມາຄົມນັກທຸລະກິດໜຸ່ມ ນວ ກ່າວຮັບໂດຍທ່ານນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ນວ ທັງເປັນຄະນະຮັບຜິດຊອບຄຸ້ມຄອງສູນຈຳກັດບໍລິເວນສູນກີລາໃນຮົ່ມ ວິທະຍາເຂດດົງໂດກ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ໃນວັນດຽວກັນນີ້ ຄະນະບ້ານ 8 ບ້ານໃນກຸ່ມດົງໂດກ ກໍໄດ້ມອບເຄື່ອງອຸປະໂພກ ບໍລິໂພກໃຫ້ແກ່ສູນດັ່ງກ່າວ ຕາງໜ້າມອບໂດຍທ່ານ ນໍລະພົງ ແຜງຄຳຜາງ ຜູ້ຊີ້ນຳກຸ່ມດົງໂດກ ຮັບໂດທ່ານນາງ ສຸມາລີ ທຳມະວົງ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!