ວັນທີ 13 ສິງຫາ 2021 ຢູ່ໂຮງຮຽນການເມືອງ-ການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງບຳລຸງໄລຍະ 45 ວັນ ຮຸ່ນ XIII ຊຸດທີ IX ຂອງທະນາຄານແຫ່ງ ສປປ ລາວ ໂດຍເປັນປະທານຂອງທ່ານນາງ ວຽງພອນ ແກ້ວຄູນສີ ກຳມະການພັກ ຫົວໜ້າໂຮງຮຽນການເມືອງ-ການປົກຄອງນະຄອນຫຼວງວຽງຈັນ ທ່ານນາງໄກສອນ ໄຊຍະພອນ ຮອງຫົວໜ້າກົມຈັດຕັ້ງ ທະນາຄານແຫ່ງ ສປປ ລາວ ມີຜູ້ຕາງໜ້າຈາກບັນດາທະນາຄານ ຄູ-ອາຈານ ແລະ ສຳມະນາກອນເຂົ້າຮ່ວມ.


ຊຸດອົບຮົມຄັ້ງນີ້ ໄດ້ເປີດການຮຽນ-ການສອນມາແຕ່ວັນທີ 15 ມີນາ-13 ສິງຫາ 2021 ມີສະມາຊິກພັກເຂົ້າຮ່ວມຮຽນທັງໝົດ 45 ສະຫາຍ ຍິງ 16 ສະຫາຍ ເຊິ່ງການຈັດຕັ້ງການຮຽນ-ການສອນ ຜູ້ເຂົ້າຮ່ວມໄດ້ຄົ້ນຄ້ວາຮໍ່າຮຽນຕາມໂຄງການຫຼັກສູດທິດສະດີການເມືອງ-ການປົກຄອງບຳລຸງ 45 ວັນ ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດວາງອອກ ຕະຫຼອດໄລຍະຊຸດຮຽນ ສຳມະນາກອນໄດ້ຮໍ່າຮຽນທັງໝົດ 5 ວິຊາ ປະກອບມີ 39 ບົດ ຄື: ວິຊາປັດຊະຍາມາກ-ເລນິນ 8 ບົດ ເສດຖະສາດການເມືອງມາກ-ເລນິນ 10 ບົດ ລັດທິສັງຄົມນິຍົມວິທະຍາສາດ 8 ບົດ ບໍລິຫານສາດ 8 ບົດ ກໍ່ສ້າງພັກ 5 ບົດ ແລະ ມະຕິ 107/ກມສພ ວ່າດ້ວຍການພັດທະນານະຄອນຫຼວງວຽງຈັນໃນໄລຍະໃໝ່ ແລະ ລາຍງານເພີ່ມ ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ ໂດຍໄດ້ໃຊ້ເວລາຮຽນທັງໝົດ 45 ວັນ ເທົ່າກັບ 316 ຊົ່ວໂມງ ທຽບໃສ່ແຜນການປະຕິບັດໄດ້ 100%.
ຜ່ານການຄົ້ນຄວ້າຮ່ຳຮຽນຊຸດຮຽນນີ້ ມີນັກຮຽນສອບເສັງໄດ້ຄະແນນລະດັບດີເລີດທັງ 5 ວິຊາມີ 11 ສະຫາຍ ຍິງ 6 ສະຫາຍ ເທົ່າກັບ 24,4% ທຽບໃສ່ຊຸດທີ VIII ເພີ່ມຂຶ້ນ 15,7%.
# ຂ່າວ & ພາບ : ລັດເວລາ