ທ່ານ ນາງ ລໍາພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ສືບຕໍ່ຢ້ຽມຢາມສູນຈໍາກັດບໍລິເວນຜູ້ມີຄວາມສ່ຽງຕິດພະຍາດໂຄວິດ-19 ຢູ່ໂຮງຮຽນປະຖົມບ້ານສໍາພັນນາ ວັນທີ 12 ສິງຫາ 2021 ຖືກຕ້ອນຮັບຈາກທ່ານ ຄໍາສວຍ ອຸນດາລາ ຮອງເຈົ້າເມືອງສັງທອງ ມີອໍານາດການປົກຄອງບ້ານໃຫ້ການຕ້ອນຮັບ.

ການເຄື່ອນໄຫວຄັ້ງນີ້ ໄດ້ຮັບໂຄງການລາຍງານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດມາດຕະການ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງບ້ານສໍາພັນນາ ເຊິ່ງພາຍໃນສູນຈໍາກັດບໍລິເວນ ມີຜູ້ຈໍາກັດບໍລິເວນທັງໝົດ 25 ຄົນ ຍິງ 18 ຄົນ.
# ຂ່າວ & ພາບ : ຂັນທະວີ