ຈາກການຖະແຫຼງຂ່າວໃນວັນທີ 26 ເມສາ 2020 ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ອາທິດທີສອງ ຫຼື 14 ວັນແລ້ວ ທີ່ບໍ່ພົບຜູ້ຕິດເຊື້ອ COVID-19 ຢູ່ສປປ ລາວ ເຊິ່ງຕົວເລກສະສົມຜູ້ຕິດເຊື້ອຍັງຄົງຢູ່ 19 ຄົນ ແລະ ປິ່ນປົວຫາຍດີກັບບ້ານເຝົ້າຕິດຕາມອາການຈຳນວນ 7 ຄົນ ໃນນີ້ມີຕ່າງປະເທດ 1 ຄົນ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ກ່າວວ່າ: ໃນວັນທີ 25 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 74 ຄົນ ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 14 ຄົນ ແຮງງານລາວທີ່ກັບມາຈາກປະເທດໄທ 60 ຄົນ (ແຮງງານທັງໝົດແມ່ນບໍ່ມີອາການ) ໃນຈຳນວນຜູ້ມີອາການສົງໄສ 14 ຄົນ ແມ່ນຢູ່ນະຄອນຫຼວງວຽງຈັນ 12 ຄົນ ຄື: ໂຮງໝໍມິດຕະພາບ 09 ຄົນ ໂຮງໝໍເຊດຖາທິຣາດ 02 ຄົນ ໂຮງໝໍ 103 ມີ 01 ຄົນ ຢູ່ແຂວງສະຫວັນນະເຂດ 02 ຄົນ.
ສຳລັບແຮງງານລາວມີຈຳນວນ 60 ຄົນ ລາຍລະອຽດດັ່ງນີ້: ແຂວງປາສັກ 30 ຄົນ ສະຫວັນນະເຂດ 26 ຄົນ ສາລະວັນ 03 ຄົນ ແລະ ແຂວງຫຼວງພະບາງ 01 ຄົນ ຜົນກວດທັງໝົດ 74 ຄົນບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 25 ເມສາ 2020 ບໍ່ມີກໍລະນີໃໝ່.

ນັບແຕ່ເດືອນມັງກອນ ຮອດວັນທີ 25 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.735 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (14 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ໄດ້ຕິດຕາມມາແຕ່ວັນທີ 09 ມີນາ ຮອດ 25 ເມສາ 2020 ມີ 313 ຄົນ ທັງໝົດນີ້ໄດ້ຄົບກຳນົດ 14 ວັນແລ້ວ.
ມາຮອດວັນທີ 25 ເມສາ 2020 ທົ່ວປະເທດຍັງມີສູນຈຳກັດບໍລິເວນທັງໝົດ 211 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 943 ຄົນ ຈຳກັດບໍລິເວນຢູ່ເຮືອນ 666 ຄົນ ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 475 ຄົນ ທັງໝົດບໍ່ພົບເຊື້ອ. ປັດຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍພຽງແຕ່ 12 ຄົນ ຢູ່ໂຮງໝໍແຂວງຫຼວງພະບາງມີ 01 ຄົນ ເພດຊາຍ ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ຢູ່ໂຮງໝໍມິດຕະພາບມີ 11 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ.
#ຂ່າວ & ພາບ: ຊິລິການດາ