
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ລົງຊຸກຍູ້ວຽກງານສະກັດກັ້ນ ແລະ ຄອບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 26 ເມສາ 2020 ໂດຍມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ທ່ານຮອງລັດຖະມົນຕີ ກະຊວງ ຖວທ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານເຈົ້າເມືອງ ຫົວໜ້າພະແນກ ອຳນາດການປົກຄອງ ແລະ ປະຊາຊົນໃຫ້ການຕ້ອນຮັບ.

ໂອກາດນີ້ ທ່ານ ຄຳຕັນ ກວ້າງມະນີວັນ ນາຍບ້ານໄຊສົມບູນ ໄດ້ລາຍງານສະພາບຂອງບ້ານໂດຍຫຍໍ້ ບ້ານໄຊສົມບູນ ແບ່ງເປັນ 97 ໜ່ວຍ ມີ 1.121 ຄອບຄົວ ມີພົນລະເມືອງທັງໝົດ 3.986 ຄົນ ຍິງ 1.728 ຄົນ ອາຊີບຂອງປະຊາຊົນສ່ວນໃຫຍ່ເປັນກຳມະກອນ ພາຍໃນນິຄົມອຸດສາຫະກຳໂນນທອງ ແລະ ຕາມໂຮງຈັກໂຮງງານ ກວມເອົາ 65% ແລະ ມີຄົນມາພັກເຊົາ 218 ຄົນ ຍິງ 178 ຄົນ ເຊິ່ງມາຈາກຕ່າງແຂວງ.

ສະເພາະບ້ານຂອງພວກເຮົາ ມີແຮງງານມາແຕ່ປະເທດເພື່ອນບ້ານ 15 ຄົນ ຍິງ 11 ຄົນ ແລະ ມາຈາກພູເບ້ຍ 1 ຄົນ ເປັນຍິງ ລວມ 16 ຄົນ ເຊິ່ງທາງຜູ້ກ່ຽວທັງໝົດກໍ່ໄດ້ມີການກັກຕົວເອງ ຄົບ 14 ວັນ ເຫັນວ່າປົກກະຕິບໍ່ມີການຕິດເຊື້ອ ບ້ານຂອງພວກເຮົາເປັນບ້ານໃຫຍ່ ພົນລະເມືອງຫຼາຍ ແຕ່ຍ້ອນໄດ້ຮັບການຊີ້ນຳ ເອົາໃຈໃສ່ຈາກຂັ້ນເທິງ ພາຍຫຼັງມີຄຳສັ່ງແນະນຳເລກທີ 06/ນຍ ຂອງທ່ານນາຍົກ ທາງອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ສົມທົບກັບໜ່ວຍງານສະເພາະກິດຂອງ ເມືອງ ແລະ ນວ ໄດ້ລົງເຜີຍແຜ່ແນະນຳໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ຈັດການປ້ອງກັນເວນຍາມ ລົງກວດກາ ຕິດຕາມເຝົ່າລະວັງຢ່າງຕໍ່ເນື່ອງ ເຮັດໃຫ້ບ້ານຂອງພວກເຮົາມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ບໍ່ມີຜູ້ຕິດເຊື້ອ.

ໂອກາດນີ້ ທ່ານຮອງນາຍົກ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ຮັບຜິດຊອບສູງຂອງອຳນາດການປົກຄອງ ພໍ່ແມ່ປະຊາຊົນ ທີ່ພ້ອມກັນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງແນະນຳ ເລກທີ 06/ນຍ ຂອງທ່ານນາຍົກ ພ້ອມທັງໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໂລກ ແລະ ພາກພື້ນ ອີກທັງເນັ້ນໃຊ້ມາດຕະການສືບຕໍ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງແນະນຳ ເລກທີ 06/ນຍ ຂອງນາຍົກ ເຂັ້ມງວດ ບໍ່ໃຫ້ລະເລິງ ສຸມໃສ່ການແກ້ໄຂບັນຫາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ການປັບປຸງພັດທະນາຊີວິດການເປັນຢູ່ໃນໄລຍະ ພະຍາດໂຄວິດ-19 ທີ່ພວມແຜ່ລະບາດ ໃຫ້ມີຄວາມຕື່ນຕົວເອົາໃຈໃສ່ເຂັ້ມງວດ ປ້ອງກັນຕົນເອງ ຢູ່ພາຍໃນບ້ານເຮືອນ ກໍ່ລະນີຈຳເປັນຕ້ອງອອກຈາກເຮືອນ ຄວນປະຕິບັດຕົນເອງແນວໃດ ໂດຍສະເພາະໜັ່ນລ້າງມື ໃຊ້ຜ້າປິດປາກ ປິດດັງທຸກຄັ້ງ ແລະ ກຽມຄວາມຮັບມື ກັບການປ່ຽນແປງໃໝ່ທາງດ້ານເສດຖະກິດ-ສັງຄົມ ພາຍຫຼັງທີ່ການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ານພົ້ນໄປ ພ້ອມເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ນຳສະເໜີບັນຫາ ຂໍ້ຫຍຸ້ງຍາກ ຢ່າງກົງໄປກົງມາ ໂດຍເນັ້ນການພັດທະນາບັນຫາເສດຖະກິດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ນັບມື້ດີຂຶ້ນ ແລະ ສາມາດຜ່ານຜ່າວິກິດການໃນຄັ້ງນີ້ ໄປໄດ້ໂດຍໄວ ພ້ອມດຽວກັນນີ້ທາງຄະນະຍັງໄດ້ ນຳເອົາເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ເຊິ່ງປະກອບມີ ຜ້າປິດປາກ ປິດດັງ ເຫຼົ້າ 90 ແລະ ໄຂ່ ມາມອບໃຫ້ແກ່ ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ.


